ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດວັນທີ 4 ທັນວາ (ຕາມເວລາ UTC) ທົ່ວໂລກໄດ້ຢັ້ງຢືນຜູ້ຕິດເຊື້ອ COVID-19 ແມ່ນກວ່າ 265  ລ້ານຄົນແລ້ວ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 5.2 ລ້ານຄົນ. ຈຳນວນຄົນເຈັບໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນເກືອບ 239 ລ້ານຄົນ.

ອາເມລິກາ, ອິນເດຍ ແລະ ບຣາຊິນ ແມ່ນບັນດາປະເທດຖືກຜົນສະທ້ອນໜັກໜ່ວງກວ່າໝູ່ຈາກໂລກລະບາດ COVID-19. ໄວຣັດສາຍພັນໃໝ່ Omicron ສືບຕໍ່ກໍ່ຄວາມວິຕົກກັງວົນ ຂະນະທີ່ມີຫຼາຍປະເທດໄດ້ຢັ້ງຢືນມີຜູ້ຕິດເຊື້ອໄວຣັດສາຍພັນໃໝ່ນີ້ຕື່ມອີກ. ອົງການອະນາໄມໂລກ (WHO) ຄາດວ່າ ໄວຣັດສາຍພັນໃໝ່ Omicron ໄດ້ປະກົດຂຶ້ນຢູ່ 38 ປະເທດ ແລະເຂດແຄ້ວນແລ້ວ.

ແຫຼ່ງຄັດຈາກ: vovworld.vn