leftcenterrightdel
ປະທານາທິບໍດີ Vladimir Putin ແລະ ປະທານາທິບໍດີ Joe Biden (ຂວາ). ພາບ: NY Post/ສໍານັກຂ່າວສານຫວຽດນາມ.

ວັນທີ 3 ທັນວາ, ວັງ Kremlin ປະກາດວ່າ, ລັດເຊຍ ແລະ ອາເມລິກາ ຄາດວ່າກຳນົດໄດ້ເວລາຈັດກອງປະຊຸມສຸດຍອດລະຫວ່າງປະທານາທິບໍດີ Vladimir Putin ແລະ ປະທານາທິບໍດີ Joe Biden ໃນໄລຍະຈະມາເຖິງ ດ້ວຍຮູບແບບທາງໄກ. ແຕ່ເຖິງຢ່າງໃດກໍ່ຕາມ, ລັດເຊຍ ພວມລໍຖ້າ ອາເມລິກາ ຮັບຮອງເອົາເປັນເທື່ອສຸດທ້າຍ. ປະຈຸບັນ, ຍັງບໍ່ທັນຮູ້ແຈ້ງກ່ຽວກັບຈຸດເວລາຈັດກອງປະຊຸມສຸດຍອດລະຫວ່າງ ການນຳສອງປະເທດເທື່ອ.

ຕາມວົງການນັກໄຈ້ແຍກແລ້ວ, ທີ່ກອງປະຊຸມຈະມາເຖິງ, ສອງຝ່າຍອາດຈະແລກປ່ຽນບັນດາບັນຫາທີ່ຕ່າງຝ່າຍຕ່າງກໍ່ມີຄວາມສົນໃຈ ກໍ່ຄືບາງບັນຫາກໍ່ຄວາມເຄັ່ງຕຶງໃນການພົວພັນສອງຝ່າຍ, ໃນນັ້ນມີບັນຫາ ຢູແກຼນ.

ແຫຼ່ງຄັດຈາກ: vovworld.vn