ອາເມລິກາ ພ້ອມແລ້ວທີ່ຈະຈັດວາງລົງໂທດ ລັດເຊຍ ເມື່ອສຳພັນທະມິດທັງໝົດໃນພັນທະມິດການທະຫານອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ເຫັນດີ ແລະ ມີການກະທຳທີ່ຄ້າຍຄືກັນ ກໍ່ຄືໃນທັນທີທີ່ບັນດາສະມາຊິກ ນາໂຕ ຢຸດຕິການຊື້ນ້ຳມັນຈາກ ລັດເຊຍ. ນີ້ແມ່ນສ່ວນໜຶ່ງໃນຈົດໝາຍຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ທີ່ສົ່ງເຖິງບັນດາປະເທດສະມາຊິກ ນາໂຕ ແລະໂລກ ໂດຍໄດ້ເອົາລົງຜ່ານສື່ສັງຄົມ TruthSocial ໃນວັນທີ 13 ກັນຍາ.
ໃນບົດຂຽນ, ທ່ານ Donald Trump ກໍ່ສະເໜີໃຫ້ ນາໂຕ, ດ້ວຍຖານະເປັນກຸ່ມໜຶ່ງ, ຄວນຈັດວາງອັດຕາພາສີແຕ່ 50 - 100% ສຳລັບ ຈີນ, ເພື່ອເຮັດໃຫ້ຜົນສະທ້ອນດ້ານເສດຖະກິດຂອງ ຈີນ ຕໍ່ກັບ ລັດເຊຍ ຫຼຸດລົງ. ຈີນ ແມ່ນໜຶ່ງໃນບັນດາປະເທດຊື້ນ້ຳມັນຂອງ ລັດເຊຍ ຫຼາຍທີ່ສຸດ. ບັນດາອັດຕາພາສີດັ່ງກ່າວຈະໄດ້ຖອນຄືນທັງໝົດພາຍຫຼັງທີ່ການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ ສິ້ນສຸດລົງ.
ແຫຼ່ງຄັດຈາກ: vovworld.vn
Type the code from the image