ມີປະຊາຊົນ ປາແລັດສະຕິນ ຫຼາຍຄົນເສຍຊີວິດພາຍຫຼັງບັນດາການບຸກໂຈມຕີຂອງ ອິດສະຣາແອັນ ຢູ່ເຂດ ກາຊາ
ພຽງແຕ່ໃນວັນທີ 12 – 13 ກັນຍາ, ຈຳນວນຜູ້ເສຍຊີວິດໃນບັນດາບັ້ນການບຸກໂຈມຕີຂອງກອງທັບ ອິດສະຣາແອັນ ເຂົ້າໃສ່ເຂດ ກາຊາ ໄດ້ຂຶ້ນເຖິງ 115 ຄົນ.
ໂດຍສືບຕໍ່ຍຸດທະສາດດ້ານການທະຫານຢູ່ເຂດ ກາຊາ ເຄັ່ງຕຶງຂຶ້ນ, ວັນທີ 13 ກັນຍາ, ກອງທັບ ອິດສະຣາແອັນ ໄດ້ດຳເນີນການບຸກໂຈມຕີທາງອາກາດ ແລະທາງບົກເປັນຫຼາຍຄັ້ງແນໃສ່ເຂດ ກາຊາ, ກໍ່ໃຫ້ເກີດການລົ້ມຫາຍຕາຍຈາກແກ່ປະຊາຊົນ ປາແລັດສະຕິນ, ໃນນັ້ນມີເດັກນ້ອຍຫຼາຍຄົນ.
    |
 |
ກຳລັງປ້ອງກັນຕົວ ອິດສະຣາແອັນ ຍັງບໍ່ທັນຍົກອອກຄຳເຫັນໃດກ່ຽວກັບຈຳນວນຜູ້ລົ້ມຫາຍຕາຍຈາກຫຼ້າສຸດໂດຍຝ່າຍ ອິດສະຣາແອັນ ປະກາດ. ພາບປະກອບ: ສໍານັກຂ່າວສານຫວຽດນາມ |
ພຽງແຕ່ໃນວັນທີ 12 – 13 ກັນຍາ, ຈຳນວນຜູ້ເສຍຊີວິດໃນບັນດາບັ້ນການບຸກໂຈມຕີຂອງກອງທັບ ອິດສະຣາແອັນ ເຂົ້າໃສ່ເຂດ ກາຊາ ໄດ້ຂຶ້ນເຖິງ 115 ຄົນ. ໄລ່ລວມນັບແຕ່ມື້ເກີດການປະທະກັນ (ວັນທີ 07 ຕຸລາ 2023) ມາຮອດປະຈຸບັນ, ການບຸກໂຈມຕີຂອງ ອິດສະຣາແອັນ ໄດ້ເຮັດໃຫ້ມີຜູ້ເສຍຊີວິດກວ່າ 64.800 ຄົນ, ຜູ້ຮັບບາດເຈັບກວ່າ 164.000 ຄົນ, ນັບພັນຄົນຫາຍສາບສູນ. ວົງການສາທາລະນະສຸກ ກາຊາ ຢືນຢັນວ່າ ຜູ້ເສຍຊີວິດສ່ວນຫຼາຍແມ່ນສາມັນຊົນ, ໃນນັ້ນມີເດັກນ້ອຍ ແລະແມ່ຍິງໄດ້ກວມເອົາສ່ວນຫຼາຍ.
ກຳລັງປ້ອງກັນຕົວ ອິດສະຣາແອັນ (IDF) ຍັງບໍ່ທັນຍົກອອກຄຳເຫັນໃດກ່ຽວກັບຈຳນວນຜູ້ລົ້ມຫາຍຕາຍຈາກຫຼ້າສຸດໂດຍຝ່າຍ ອິດສະຣາແອັນ ປະກາດ, ແຕ່ຢັ້ງຢືນວ່າ ພວມສືບຕໍ່ບຸກໂຈມຕີເຂດ ກາຊາ ດ້ວຍຈຸດສຸມຂອງການບຸກໂຈມຕີແມ່ນນະຄອນ ກາຊາ.
ແຫຼ່ງຄັດຈາກ: vovworld.vn