leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ພົບປະກັບເລຂາທິການໃຫຍ່ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ.

ບົດຂ່າວກໍ່ໄດ້ຕີລາຄາສູງການຕັດສິນໃຈ ແລະຄໍາໝັ້ນສັນຍາຢ່າງແຮງຂອງຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການປ່ອຍກາກບອນໜ້ອຍ ແລະການພັດທະນາເສດຖະກິດສີຂຽວແບບຍືນຍົງທີ່ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ຍົກອອກມາໃນບົດກ່າວປາໄສທີ່ວາລະປະຊຸມຂັ້ນສູງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບຄວາມໝັ້ນຄົງດ້ານດິນຟ້າອາກາດ. ຕາມທ່ານ Grigory Trofimchuk ແລ້ວ, ສິ່ງເຫຼົ່ານັ້ນໄດ້ສະແດງອອກຢ່າງຈະແຈ້ງໃນການກະທໍາທີ່ມີຄວາມຮັບຜິດຊອບຂອງຫວຽດນາມ ໃນຊຸມປີມໍ່ໆມານີ້. ໃນນັ້ນມີເລື່ອງລັດຖະບານຫວຽດນາມ ໄດ້ຍົກອອກແຜນຮ່າງປູກຕົ້ນໄມ້ 1 ຕື້ຕົ້ນນັບແຕ່ນີ້ຮອດປີ 2025, ຜ່ານນັ້ນຊ່ວຍດູດຊຶມປະລິມານອາຍພິດປະມານ 3%.

ໂດຍ: ໄຊນີດາ