leftcenterrightdel
ພາບປະກອບ: baochinhphu.vn.

ທ່ານເອກອັກຄະລັດຖະທູດ Nankervis ຊີ້ແຈ້ງວ່າ “ພວກເຮົາສະໜັບສະໜູນພາກພື້ນທີ່ຈະເລີນຮຸ່ງເຮືອງ, ກວມລວມ ແລະເປີດກວ້າງ, ໃນນັ້ນ ອາຊຽນ ສວມບົດບາດເປັນໃຈກາງ, ສອດຄ່ອງກັບເປົ້າໝາຍ  ແລະຫຼັກການຂອງ “ທັດສະນະຂອງອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ-ປາຊີຟິກ (AOIP)”. ຄຳໝັ້ນສັນຍາຂອງພວກເຮົາຕໍ່ບົດບາດເປັນໃຈກາງຂອງອາຊຽນ ຍັງຄົງຢຶດໝັ້ນກວ່າເວລາໃດໝົດ ພາຍຫຼັງແຈ້ງການກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືດ້ານເພີ່ມທະວີຄວາມໝັ້ນຄົງລະຫວ່າງອົດສະຕາລີ, ອັງກິດ ແລະສະຫະລັດ ອາເມລິກາ (AUKUS). ຂໍ້ຕົກລົງສະບັບໃໝ່ນີ້ບໍ່ເຮັດໃຫ້ຄໍາໝັ້ນສັນຍາຂອງອົດສະຕາລີ ຕໍ່ອາຊຽນ ກໍ່ຄືການໜູນຊ່ວຍຢ່າງຕໍ່ເນື່ອງຂອງພວກຂ້າພະເຈົ້າຕໍ່ໂຄງປະກອບພາກພື້ນໂດຍອາຊຽນ ນໍາພາຖືກປ່ຽນແປງໄປນຳ”.

ໂດຍ: ທະນາພອນ