ຂໍ້ມູນຈັດອັນດັບທົ່ວໂລກຂອງ ສປຊ ໄດ້ປະກາດໃນວັນທີ 20 ກັນຍາ ທີ່ສະແດງໃຫ້ເຫັນວ່າ ໂລກລະບາດໂຄວິດ-19 ໄດ້ຍູ້ໄວວິວັດການຫັນປ່ຽນ, ປ່ຽນແປງໃໝ່ ຈາມເອີລົບ ແລະທະວີບອາເມລິກາເໜືອໄປຍັງອາຊີ. ດັດສະນີປ່ຽນແປງໃໝ່ປະດິດສ້າງທົ່ວໂລກປີ 2021 ຂອງອົງການຈັດຕັ້ງຊັບສິນທາງປັນຍາທົ່ວໂລກ (WIPO) ຂຶ້ນກັບ ສປຊ ສະແດງໃຫ້ເຫັນວ່າ ສ.ເກົາຫຼີ ແລະ ຈີນ ລືນອັນດັບຢ່າງກະໂດດຂັ້ນ.

leftcenterrightdel
ກຳມະກອນເຮັດວຽກຢູ່ໂຮງງານຜະລິດໂອໂຕຢູ່ ສ.ເກົາຫຼີ. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ປີນີ້, ຫວຽດນາມ ຢືນຢູ່ອັນດັບທີ 44 ໃນຈຳນວນ 132 ປະເທດ, ຫຼຸດລົງ 2 ອັນດັບເມື່ອທຽບໃສ່ກັບປີ 2020. ເຖິງຢ່າງໃດກໍຕາມ, ຫວຽດນາມ ແມ່ນໜຶ່ງໃນ 4 ປະເທດທີ່ມີລາຍຮັບປານກາງໄດ້ WIPO ຕີລາຄາວ່າ ພວມນຳທັນທ່າເພີ່ມດັດສະນີປ່ຽນແປງໃໝ່ປະດິດຄິດສ້າງຂອງໂລກ. ດັດສະນີຂອງ WIPO ສະແດງໃຫ້ເຫັນວ່າ ບັນດາປະເທດ ແລະວິສາຫະກິດຍັງສືບຕໍ່ເພີ່ມທະວີການລົງທຶນ ແລະປ່ຽນແປງໃໝ່, ໂດຍບໍ່ຫົວຊາຕໍ່ວິກິດການຂອງໂລກລະບາດໂຄວິດ-19, ເພື່ອແນໃສ່ກະຕຸກຊຸກຍູ້ການເຕີບໂຕເສດຖະກິດໄລຍະຫຼັງໂລກລະບາດ. ທ່ານ Daren Tang ຜູ້ອຳນວຍການ WIPO ໄດ້ໃຫ້ຂໍ້ສັງເກດວ່າ ຫຼາຍຂົງເຂດໄດ້ສະແດງໃຫ້ເຫັນກຳລັງຄວາມສາມາດໃນການຟື້ນຟູຫຼາຍບໍສົມຄວນ, ພິເສດແມ່ນໃນບັນດາຂົງເຂດໄດ້ດຳເນີນການຫັນເປັນດີຈີຕອນ, ນຳໃຊ້ເຕັກໂນໂລຢີທີ່ກ້າວໜ້າ ແລະປ່ຽນແປ່ງໃໝ່.

ແຫຼ່ງຄັດຈາກ: vovworld.vn