ວັນທີ 20 ກັນຍາ, ສະພາແຫ່ງຊາດລີບັງ ຮັບຮອງເອົາລັດຖະບານຊຸດໃໝ່ຂອງທ່ານນາຍົກລັດຖະມົນຕີ Najib Mikati ພາຍຫຼັງກອງປະຊຸມທີ່ແກ່ຍາວມາເປັນເວລາ 8 ຊົ່ວໂມງ. ຕາມທ່ານນາຍົກລັດຖະມົນຕີ Najib Mikatiແລ້ວ, ການເຊື່ອມຕໍ່ບັນດາການເຈລະຈາກັບກອງທຶນເງິນຕາສາກົນ (IMF) ແມ່ນສິ່ງຈຳເປັນເພື່ອນຳລີບັງ ຫຼຸດພົ້ນອອກຈາກວິກິດການການເງິນ. ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີລີບັງ Najib Mikati ກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການສ້າງໂຄງປະກອບຂົງເຂດທະນາຄານຄືນໃໝ່.

leftcenterrightdel
ກອງປະຊຸມສະພາແຫ່ງຊາດ ຂອງລີບັງ. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ວັນທີ 10 ກັນຍາ, ຫ້ອງວ່າການປະທານາທິບໍດີ ລີບັງ ປະກາດໃຊ້ລັດຖະບານ ໄດ້ຮັບການສ້າງຕັ້ງມາເປັນເວລາ 13 ເດືອນ ທີ່ບໍ່ມີລັດຖະບານຊຸດໃໝ່ໃນວັນທີ 10 ສິງຫາ 2020 ເມື່ອທ່ານນາຍົກລັດຖະມົນຕີ ກຳສິດອຳນາດຊົ່ວຄາວ Hassan Diab ລາອອກຈາກຕຳແໜ່ງພາຍລັງເຫດການລະເບີດຢູ່ທ່າກ່ຳປັ່ນ Beirut ເຮັດໃຫ້ມີ 200 ຄົນເສຍຊີວິດ ແລະນັບພັນຄົນຖືກຮັບບາດເຈັບ.

ແຫຼ່ງຄັດຈາກ: vovworld.vn