ການແຜ່ລະບາດຮອບທີ 4 ຂອງໂລກລະບາດໂຄວິດ - 19  ພວມລະເບີດຄືນໃໝ່ຢູ່ຫຼາຍປະເທດໃນໂລກ, ດ້ວຍຈຳນວນຜູ້ຕິດເຊື້ອລາຍໃໝ່ພາຍໃນວັນເພີ່ມຂຶ້ນຢ່າງວ່ອງໄວ ເມື່ອທຽບໃສ່ໄລຍະກ່ອນນີ້ 1 ເດືອນ. ໄວຣັດສາຍພັນ Delta  ເຊິ່ງກວດພົບຄັ້ງທຳອິດ ຢູ່ ອິນເດຍ ດ້ວຍລະດັບການແຜ່ເຊື້ອຢ່າງໄວວາໄດ້ຮັບຖືວ່າ ແມ່ນສາຍເຫດຕົ້ນຕໍພາໄປເຖິງການແຜ່ລະບາດຮອບໃໝ່ນີ້.

ສະເພາະຢູ່ ຫວຽດນາມ, ຕາມຂ່າວພາກເຊົ້າວັນທີ 2 ສິງຫາ ຂອງກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງ 30 ນາທີ ຂອງວັນທີ 1 ສິງຫາ ຫາເວລາ 6 ໂມງ ຂອງວັນທີ 2 ສິງຫາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 3.201 ຄົນ, ໃນນັ້ນ ນະຄອນ ໂຮ່ຈີມິນ ມີ 1.997 ຄົນ. ໄລ່ຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດ 157.507 ຄົນ, ໃນນັ້ນ ມີ 43.157 ໄດ້ຮັບການປິ່ນປົວຫາຍດີແລ້ວ.

ກ່ຽວກັບການຜັນຂະຫຍາຍສັກວັກຊິນກັນພະຍາດໂຄວິດ-19, ໄລ່ຮອດປັດຈຸບັນ ຫວຽດນາມ ໄດ້ຜັນຂະຫຍາຍການສັກວັກຊິນລວມທັງໝົດກວ່າ 6,4 ລ້ານໂດສ, ໃນນັ້ນ ມີປະຊາຊົນເກືອບ 660.000 ໄດ້ສັກເຂັມທີ 2 ແລ້ວ.

ແຫຼ່ງຄັດຈາກ: vovworld.vn