ວັນທີ 25 ກໍລະກົດ, ສະຖານທູດຫວຽດນາມ ປະຈໍາ ອານເຊຣີ ແລະໂຮງຮຽນວິທະຍາໄລໂຮງແຮມ ແລະຮ້ານອາຫານ Algiers (ESHRA) ສົມທົບກັນຈັດຕັ້ງ “ການໂຄສະນາອາຫານການກິນຫວຽດນາມ-ອານເຊຣີ”, ເພື່ອແນໃສ່ເຜີຍແຜ່ວັດທະນະທໍາອາຫານການກິນຫວຽດນາມ ເຖິງເພື່ອນມິດອານເຊຣີ ແລະພະນັກງານ, ພາລະກອນສະຖານທູດອາດຮໍ່າຮຽນເອົາວັດທະນະທໍາອາຫານການກິນຢູ່ປະເທດປະຈໍາຖິ່ນຕື່ມອີກ.

leftcenterrightdel
ການແນະນໍາວິທີປຸງແຕ່ງເຝີງົວ ແລະແນມຈືນຢູ່ໂຮງຮຽນ ESHRA. ພາບ: ສໍານັກຂ່າວສານຫວຽດນາມ.

ອາຫານສອງເຍື່ອງຂອງຫວຽດນາມ ແມ່ນແນມ ແລະເຝີໂດຍພະນັກງານສະຖານທູດແນະນໍາວິທີປຸງແຕ່ງ, ປະດັບຢ່າງລະອຽດ. ສ່ວນໂຮງຮຽນ ESHRA, ອາຫານສອງເຍື່ອງຂອງ Algiers ແມ່ນ Méchoui (ຊີ້ນແກະປີ້ງ) ແລະ salad hamis ໂດຍຄູສອນ ແລະນັກສຶກສາຂອງໂຮງຮຽນກະກຽມ ແລະປຸງແຕ່ງຢ່າງປານີດ. ບັນດາເຍື່ອງອາຫານຂອງສອງປະເທດລ້ວນແຕ່ສ້າງຄວາມປະທັບໃຈກ່ຽວກັບວັດທະນະທໍາອາຫານການກິນທີ່ເປັນສັນຍາລັກ.

ໂດຍ: ຈາງຫງວຽນ