leftcenterrightdel
ພາບເອກະສານ: ສໍານັກຂ່າວສານຫວຽດນາມ.

ຕາມແຫຼ່ງຂ່າວຈາກກອງທັບເຢແມນ ໃຫ້ຮູ້ວ່າ ໂດຍໄດ້ຮັບການຄຸ້ມກັນຈາກເຮືອບິນສູ້ຮົບຂຶ້ນກັບສຳພັນທະມິດການທະຫານໂດຍ ອາຣັບບີ ຊະອຸດິ ນຳໜ້າ, ກຳລັງລັດຖະບານໄດ້ຕ້ານຄືນບັນດາການບຸກໂຈມຕີຂອງພວກກະບົດ Houthi ຢູ່ສະໜາມຮົບ al –Mashiah, al – Kasarah ແລະ Raghwan ຂຶ້ນກັບເມືອງ Sirwah, ທາງທິດຕາເວັນຕົກຂອງ Marib. 44 ມືປືນ Houthi ຖືກດັບສູນ ພ້ອມກັນນັ້ນມີລົດຫຸ້ມເກາະ 7 ຄັນຖືກຍິງທຳລາຍ.

ກ່ຽວກັບກຳລັງລັດຖະບານ, ມີພົນທະຫານ 6 ຄົນເສຍຊີວິດ ແລະນັບສິບໆຄົນຖືກຮັບບາດເຈັບໃນການປະທະກັນຄັ້ງນີ້.

ແຫຼ່ງຄັດຈາກ: vovworld.vn