ແຈ້ງການຂອງກະຊວງການຕ່າງປະເທດອາເມລິກາ ລະບຸວ່າ: “ການພົບປະຄັ້ງນີ້ເພື່ອແນໃສ່ຜັນຂະຫຍາຍຄໍາໝັ້ນສັນຍາລະຫວ່າງປະທານາທິບໍດີອາເມລິກາ ແລະປະທານາທິບໍດີລັດເຊຍ ກ່ຽວກັບການດຳເນີນການເຈລະຈາຢ່າງກົງໄປກົງມາ ແລະມີຈຸດປະສົງລະຫວ່າງສອງປະເທດເພື່ອແນໃສ່ສ້າງພື້ນຖານໃຫ້ມາດຕະການຫຼຸດຜ່ອນຄວາມສ່ຽງ ແລະຄວບຄຸມອາວຸດໃນອະນາຄົດ”. ຕາມ AFP ແລ້ວ, ຫົວໜ້າການເຈລະຈາຈະແມ່ນທ່ານ Wendy Sherman ຮອງລັດຖະມົນຕີຕ່າງປະເທດອາເມລິກາ ພ້ອມກັບທ່ານ Bonnie Jenkin ຜູ້ຕາງໜ້າຂັ້ນສູງອາເມລິກາ ກ່ຽວກັບການຄວບຄຸມອາວຸດແນໃສ່ຊອກຫາມາດຕະການພື້ນຖານ ເພື່ອຄວບຄຸມອາວຸດ ແລະຫຼຸດຜ່ອນຄວາມສ່ຽງໄພໃນອະນາຄົດ.

leftcenterrightdel
ທ່ານ Vladimir Putin ປະທານາທິບໍດີລັດເຊຍ ແລະທ່ານ Joe Biden ປະທານາທິບໍດີອາເມລິກາ. ພາບ: AFP/ສໍານັກຂ່າວສານຫວຽດນາມ.

ການເຈລະຈາການທູດຄັ້ງຕ່າງໆໄດ້ດໍາເນີນໃນສະຖານະການທີ່ການພົວພັນລັດເຊຍ-ອາເມລິກາ ກໍາລັງຢູ່ໃນລະດັບຕໍ່າສຸດນັບແຕ່ສະໄໝສົງຄາມເຢັນມາຮອດປະຈຸບັນ. ອາເມລິກາ ກ່າວຫາລັດເຊຍ ໜູນຫຼັງການບຸກໂຈມຕີເຄືອຂ່າຍອິນເຕີເນັດ ແລະຝ່າຍລັດເຊຍ ໄດ້ອອກສຽງປະຕິເສດ.

ໂດຍ: ເກື່ອງດັ້ງ