leftcenterrightdel
ທ່ານປະທານາທິບໍດີ ເປຣູ Francisco Sagasti ເຊັນອະນຸມັດຜ່ານສັນຍາ CPTPP (ພາບ: andina.pe)

ວັນທີ 21 ກໍລະກົດ, ສະພາແຫ່ງຊາດ ເປຣູ ໄດ້ຮັບຮອງເອົາສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP) ຢ່າງເປັນທາງການ ດ້ວຍຈຳນວນບັດສະໜັບສະໜູນ ແມ່ນ 97 ບັດ.   ຜ່ານນັ້ນ ກໍນຳປະເທດ ອາເມລິກາໃຕ້ ນີ້ ກາຍເປັນປະເທດທີ 8 ທີ່ໃຫ້ສັດຕະຍາບັນເອກະສານສະບັບດັ່ງກ່າວເພື່ອແນໃສ່ສ້າງພື້ນຖານນິຕິກຳແກ່ການເປີດກວ້າງບັນດາຂໍ້ຕົກລົງຮ່ວມມືກັບບັນດາສະມາຊິກອື່ນຢູ່ພາກພື້ນອາຊີ - ປາຊີຟິກ.

ທ່ານລັດຖະມົນຕີກະຊວງການຄ້າຕ່າງປະເທດ ແລະການທ່ອງທ່ຽວ ເປຣູ Claudia Cornejo ຕີລາຄາວ່າ ການໃຫ້ສັດຕະຍາບັນສັນຍາສະບັບນີ້ ແມ່ນມີຄວາມໝາຍຍຸດທະສາດ, ອະນຸຍາດໃຫ້ບັນດາວິສາຫະກິດຂອງປະເທດນີ້ໄດ້ສຳຜັດກັບຕະຫຼາດຂອງ 11 ປະເທດສະມາຊິກ ທີ່ເຂົ້າຮ່ວມການລົງນາມໃນສັນຍາ CPTPP ດ້ວຍຈຳນວນປະຊາກອນທັງໝົດກວ່າ 500 ລ້ານຄົນ, ກວມເອົາ 1.5% ຍອດວົງເງິນການຄ້າທົ່ວໂລກ.

ແຫຼ່ງຄັກຈາກ: vovworld.vn