leftcenterrightdel
ສຳນັກງານຂອງທະນາຄານກາງ ອາເມລິກາ. ພາບ: AFP/ສໍານັກງານຂ່າວສານຫວຽດນາມ.

ນີ້ແມ່ນຄັ້ງທີ 7 ທີ່ Fed ຮັກສາອັດຕາດອກເບ້ຍດັ່ງກ່າວ, ເຊິ່ງເປັນອັດຕາສູງສຸດໃນຮອບເວລາ 23 ປີຜ່ານມາ. ບັນດາເຈົ້າໜ້າທີ່ຂອງທະນາຄານກາງ ອາເມລິກາ ຄາດຄະເນວ່າ ໄພເງິນເຟີ້ໃນປີ 2024 ນີ້ ຈະຢູ່ໃນລະດັບ 2,6%, ສູງກວ່າເມື່ອທຽບໃສ່ລະດັບ 2,4% ເຊິ່ງໄດ້ຄາດຄະເນໃນເດືອນ ມີນາ ທີ່ຜ່ານມາ. Fed ຄາດຄະເນວ່າ ໄພເງິນເຟີ້ຈະຫຼຸດລົງ 2,3% ໃນປີໜ້າ ແລະ ກັບຄືນສູ່ລະດັບເປົ້າໝາຍ 2% ໃນປີ 2026. ທ້າຍປີ 2023, Fed ເຄີຍຄາດຄະເນວ່າ ອາດຈະຫຼຸດອັດຕາດອກເບ້ຍ 3 ຄັ້ງໃນປີນີ້, ແຕ່ດ້ວຍແຈ້ງການໃນວັນທີ 12 ມິຖຸນາຂອງອົງການນີ້ ຄາດວ່າ ຈະຫຼຸດອັດຕາດອກເບ້ຍໄດ້ພຽງ ຄັ້ງດຽວໃນທ້າຍປີ 2024 ນີ້ ດ້ວຍລະດັບ 0,25%.

ແຫຼ່ງຄັດຈາກ vovworld.vn