leftcenterrightdel
ການນຳ ອົດສະຕາລີ ຕ້ອນຮັບທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ຢູ່ ສະໜາມບິນໃ ພາບ: Getty

ໃນວັນດຽວກັນ, ສະຖານທູດ ຈີນ ປະຈຳ ອົດສະຕາລີ ໄດ້ອອກແຈ້ງການ ໂດຍໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ ຈີນ ຢັ້ງຢືນວ່າ ອົດສະຕາລີ ມີ “ທີ່ຕັ້ງພິເສດ, ເຊື່ອມຕໍ່ຕາເວັນຕົກ ກັບ ຕາເວັນອອກ” ແມ່ນປັດໄຈສຳຄັນຂອງພື້ນຖານເສດຖະກິດທົ່ວໂລກ  ແລະໂລກຫຼາຍຂົ້ວ”. ທ່ານນາຍົກລັດຖະມົນຕີ ຫຼີຊຽນ ຊີ້ແຈ້ງວ່າ ປັກກິ່ງ ຢາກເຮັດໃຫ້ການພົວພັນຮ່ວມມືກັບ Canberra ມີສີສັນໃໝ່ ແລະ “ພ້ອມແລ້ວທີ່ຈະຮ່ວມມືກັບອົດສະຕະລີ”; ພ້ອມທັງຢັ້ງຢືນວ່າ “ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ເຕີບໃຫຍ່, ມີສະຖຽນລະພາບ ແລະມີປະສິດທິຜົນກວ່າຈະແມ່ນຊັບສົມບັດລວມຂອງທັງສອງປະເທດ”.

ໃນຂອບເຂດການຢ້ຽມຢາມ, ຄາດວ່າ ທ່ານນາຍົກລັດຖະມົນຕີ ຫຼີຊຽນ ແລະຄູ່ຕຳແໜ່ງ ອົດສະຕາລີ, Anthony Albanese ຈະເປັນປະທານຮ່ວມກອງປະຊຸມການນຳປະຈຳປີ ຈີນ  - ອົດສະຕາລີ ຄັ້ງທີ 9 ແລະພ້ອມກັນເຂົ້າຮ່ວມກອງປະຊຸມໂຕະມົນ CEO ຈີນ - ອົດສະຕາລີ.

ແຫຼ່ງຄັດຈາກ: vovworld.vn