ທີ່ການສົນທະນາທາງໂທລະສັບ, ທ່ານ ບຸ່ຍແທັງເຊີນ ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ສົມທົບກັນຜັນຂະຫຍາຍໝາກຜົນລະອຽດ ຂອງກອງປະຊຸມ ຄັ້ງທີ 5 ຄະນະກຳມະການປະສົມກ່ຽວກັບການຮ່ວມມືສອງຝ່າຍ ຫວຽດນາມ - ໄທ ຢູ່ ບາງກອກ ໃນເດືອນເມສາ ປີ 2024, ໃນນັ້ນມີການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະຄວາມສະໜິດຕິດພັນຜ່ານການຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນ; ຍູ້ແຮງການຮ່ວມມືໃນບັນດາຂົງເຂດເສົາຄໍ້າ, ຄື: ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຄ້າ, ການລົງທຶນ, ວັດທະນະທຳ, ການສຶກສາ, ການທ່ອງທ່ຽວ, ຄົມມະນາຄົມຂົນສົ່ງ ແລະການພົບປະແລກປ່ຽນປະຊາຊົນ; ເອົາໃຈໃສ່ເຖິງການສ້າງຕັ້ງຄະນະປະຕິບັດງານ ເພື່ອແນໃສ່ຜັນຂະຫຍາຍຍຸດທະສາດ “ສາມເຊື່ອມຕໍ່”.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ສົນທະນາທາງໂທລະສັບກັບທ່ານ Maris Sangiampongsa ລັດຖະມົນຕີກະຊວງການຕ່າງປະເທດໄທ. ພາບ: mofa.gov.vn

ສ່ວນທ່ານລັດຖະມົນຕີ Maris Sangiampongsa ຢືນຢັນວ່າ ຫວຽດນາມ ເປັນຄູ່ຮ່ວມມືສຳຄັນທີ່ສຸດຂອງໄທ ໃນພາກພື້ນ; ເຫັນດີຈະສືບຕໍ່ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມື ແລະຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະໄທ ໃຫ້ຫຼາຍກວ່າອີກ.

ສອງຝ່າຍໄດ້ເຫັນດີຈະສົມທົບກັນຈັດແຈງຢ່າງແໜ້ນແຟ້ນ ແລະກະກຽມໃຫ້ການຢ້ຽມຢາມຂັ້ນສູງ ແລະທຸກຂັ້ນໃນໄລຍະຈະມາເຖິງ, ກໍຄືກົນໄກການຮ່ວມມືສອງຝ່າຍລະຫວ່າງສອງປະເທດ, ໂດຍສະເພາະແມ່ນກອງປະຊຸມຄະນະລັດຖະບານຮ່ວມ ຄັ້ງທີ 4 ໂດຍນາຍົກລັດຖະມົນຕີສອງທ່ານ ເປັນປະທານຮ່ວມ. ສອງຝ່າຍກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງ ຫວຽດນາມ - ໄທ, ຢັ້ງຢືນຈະສົມທົບກັນຢ່າງຕັ້ງໜ້າ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງບັນດາທ້ອງຖິ່ນ ແລະວິສາຫະກິດຂອງສອງປະເທດ.

ໂດຍ: ທູຈາງ