leftcenterrightdel
ພາບປະກອບ: AFP/ສໍານັກຂ່າວສານຫວຽດນາມ

ພາຍຫຼັງສະມັດຊາໃຫຍ່ ສປຊ ປະກາດວັນທີ 5-6-2017 ແມ່ນວັນສາກົນຕ້ານການຂຸດຄົ້ນການຫາປາແບບຜິດກົດໝາຍ, ບໍ່ລາຍງານ, ບໍ່ປະຕິບັດຕາມຂໍ້ກຳນົດ (IUU) ມາເປັນເວລາ 7 ປີ, ບັນດາປະເທດ ແລະຄູ່ຮ່ວມມືຢູ່ມະຫາສະໝຸດອິນເດຍ - ປາຊີຟິກ ສືບຕໍ່ນຳໜ້າໃນພາລະກິດນີ້. ຕາມບັນດານັກຄົ້ນຄວ້າແລ້ວ, ການເຄື່ອນໄຫວຫາປາ IUU ກໍ່ຜົນເສຍຫາຍທາງດ້ານເສດຖະກິດໃນແຕ່ລະປີຄາດວ່າຂຶ້ນເຖິງ 50 ຕື້ໂດລາສະຫະລັດໃນທົ່ວໂລກ. ຕາມອົງການທັນຍາຫານ ແລະກະເສດ ສປຊ (FAO) ແລ້ວ, ໃນຈຳນວນປາ 5 ໂຕຖືກຫາໃນໂລກ ຈະມີ 1 ໂຕແມ່ນຫາປາ IUU, ກໍ່ຜົນເສຍຫາຍປາປະມານ 11 – 26 ລ້ານໂຕນ/ປີ. ສປຊ ໄດ້ເນັ້ນໜັກເຖິງຄວາມສຳຄັນຍິ່ງຂອງພາລະກິດແຫ່ງການຕ້ານ IUU ຕໍ່ການອະນຸລັກຮັກສາ ແລະຄຸ້ມຄອງຊັບພະຍາກອນມະຫາສະໝຸດ, ກໍ່ຄືການຄ້ຳປະກັນດ້ານສະບຽງອາຫານ ແລະພື້ນຖານເສດຖະກິດຂອງຫຼາຍປະເທດ, ພິເສດແມ່ນບັນດາປະເທດພວມພັດທະນາ.

ພາລະກິດແຫ່ງການຕ້ານການຫາປາແບບຜິດກົດໝາຍ, ບໍ່ລາຍງານ ແລະບໍ່ປະຕິລັດຕາມຂໍ້ກຳນົດຍັງໄດ້ປະກອບສ່ວນເຂົ້າໃນການຕ້ານໄພກົດຂີ່ຂຸດຮີດແຮງງານຍ້ອນບັນດາການຫາປາ IUU ເຄີຍນຳໃຊ້ແຮງງານມີຄວາມສ່ຽງສູງກວ່າໝູ່ ແລະກຸ່ມຄົນທີ່ປະສົບກັບຄວາມຫຍຸ້ງຍາກຖືກຈອບອ່ອຍຂຶ້ນກຳປັ່ນ ແລະຖືກຕິດຄ້າງໃນກຳປັ່ນມາເປັນເວລາຫຼາຍປີໃນເງື່ອນໄຂຖືກສວຍໃຊ້, ຂາດການເບິ່ງແຍງດູແລທາງການແພດ ແລະຂາດທາດໂພຊະນາການ.

ແຫຼ່ງຄັດຈາກ: vovworld.vn