ແຕ່ລະປີ, ກອງບັນຊາການທະຫານເຮືອເຂດ 5 ໄດ້ຈັດຕັ້ງການປຸກລະດົມ “ບຸນເຕັດປູກຕົ້ນໄມ້ຮູ້ບຸນຄຸນລຸງໂຮ່ຕະຫຼອດໄປ”; ຕອບສະໜອງວັນສິ່ງແວດລ້ອມໂລກ (5 ມິຖຸນາ), ສັບປະດາທະເລ ແລະໝູ່ເກາະຫວຽດນາມ (ໃນລະຫວ່າງວັນທີ 1-8 ມິຖຸນາ), ວັນມະຫາສະໝຸດໂລກ (8 ມິຖຸນາ) ແລະເດືອນແຫ່ງການກະທໍາເພື່ອສິ່ງແວດລ້ອມ... ບັນດາການເຄື່ອນໄຫວດັ່ງກ່າວ ໄດ້ດຶງດູດການເຂົ້າຮ່ວມຂອງພະນັກງານ, ນັກຮົບຂອງບັນດາອົງການ ແລະກົມກອງຕ່າງໆທີ່ສັງກັດທະຫານເຮືອເຂດ 5. ຕາມທ່ານພັນເອກພິເສດ ເລວັນເຮື໋ອງ, ຮອງຫົວໜ້າການເມືອງທະຫານເຮືອ ເຂດ 5 ແລ້ວ, ການເຄື່ອນໄຫວ, ຂະບວນການປົກປັກຮັກສາສິ່ງແວດລ້ອມຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ຜັນຂະຫຍາຍ, ຈັດຕັ້ງປະຕິບັດຈາກຄະນະພັກ,  ກອງບັນຊາການທະຫານເຮືອ ເຂດ 5, ຄະນະພັກຂັ້ນ, ຜູ້ບັນຊາການທຸກຂັ້ນ  ດ້ວຍຫຼາຍມາດຕະການ, ຫຼາຍຮູບແບບ, ເໝາະສົມກັບເງື່ອນໄຂຕົວຈິງ. ເພື່ອເຮັດໃຫ້ຂະບວນການເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ, ທະຫານເຮືອ ເຂດ 5 ໄດ້ເອົາໃຈໃສ່ປະຕິບັດວຽກງານໂຄສະນາ, ສຶກສາອົບຮົມໃຫ້ແກ່ພະນັກງານ, ນັກຮົບມີຄວາມເຂົ້າໃຈເຖິງຄວາມສໍາຄັນຂອງສິ່ງແວດລ້ອມໃນຊີວິດ ແລະສຸຂະພາບຂອງວົງຄະນະຍາດ.

leftcenterrightdel
ພະນັກງານ, ນັກຮົບ ກອງທະຫານເຮືອ 512, ກອງພົນນ້ອຍ 127, ທະຫານເຮືອ ເຂດ 5 ທໍາຄວາມສະອາດແຄມຝັ່ງທະເລ. ພາບ: ວັນດິ້ງ

ຮັບຮູ້ຢ່າງຈະແຈ້ງກ່ຽວກັບຜົນກະທົບໂດຍກົງຂອງສິ່ງແວດລ້ອມຕໍ່ການດໍາລົງຊີວິດ ແລະໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໃນໄລຍະຜ່ານມາ, ບັນດາອົງການ, ກົມກອງຂອງທະຫານເຮືອ ເຂດ 5 ໄດ້ຜັນຂະຫຍາຍປະຕິບັດຮູບແບບ “ເກັບຂີ້ເຫຍື້ອພຼາດສະຕິກ” ແລະ “ເຮືອນ 100 ດົ່ງ”. ຂີ້ເຫຍື້ອພຼາສະຕິກ ທີ່ເກັບມາທັງໝົດຢູ່ໃນບໍລິເວນທີ່ກົມກອງຕັ້ງທັບ ແມ່ນໄດ້ຈັດແບ່ງປະເພດ, ນຳເອົາໄປບ່ອນກໍາຈັດ. ສະເພາະຂີ້ເຫຍື້ອພຼາສະຕິກ ແລະ ສິ່ງເສດເຫຼືອທີ່ສາມາດນຳໃຊ້ຄືນໃໝ່, ພະນັກງານ ແລະນັກຮົບຈະນຳເຂົ້າ “ເຮືອນ 100 ດົ່ງ” ເພື່ອສ້າງເປັນກອງທຶນຊ່ວຍເຫຼືອທະຫານທີ່ປະສົບກັບຄວາມຫຍຸ້ງຍາກກ່ຽວກັບເຮືອນຢູ່.

ທ່ານພັນຕີ ດິງວັນເຮີນ, ຮອງຫົວໜ້າການເມືອງ ກອງພັນ 563 (ທະຫານເຮືອເຂດ 5) ແບ່ງປັນວ່າ: ຮູບແບບ “ເກັບຂີ້ເຫຍື້ອພຼາສະຕິກ” ແລະ “ເຮືອນ 100 ດົ່ງ” ມີຄວາມໝາຍແທດຈິງ, ເປັນຕົ້ນແມ່ນສໍາລັບບັນດາກົມກອງທີ່ຕັ້ງທັບໃກ້ຝັ່ງທະເລ ຄື ກອງພັນ 563. ແຕ່ລະມື້, ຂີ້ເຫຍື້ອພຼາສະຕິກຖືກຄື້ນທະເລຊັດຂຶ້ນຝັ່ງແມ່ນມີຫຼາຍ. ຍ້ອນປະຕິບັດຮູບແບບດັ່ງກ່າວຢ່າງມີປະສິດທິຜົນ, ບໍລິເວນທີ່ກົມກອງຕັ້ງທັບຢູ່ຍາມໃດກໍ່ມີຄວາມສະອາດ, ສ້າງບໍລິເວນສີຂຽວເພື່ອໃຫ້ພະນັກງານ, ນັກຮົບໄດ້ຝຶກຝົນຫຼໍ່ຫຼອມ, ຮ່ຳຮຽນ, ປະຕິບັດງານໃນສະພາບແວດລ້ອມທີ່ປອດໂປ່ງ, ພ້ອມທັງສ້າງແຫຼ່ງທຶນຊ່ວຍເຫຼືອບັນດາສະຫາຍທີ່ປະສົບກັບຄວາມຫຍຸ້ງຍາກ".

leftcenterrightdel
ຮູບແບບ “ເຮືອນ 100 ດົ່ງ” ຂອງກອງທະຫານເຮືອ  511, ກອງພົນນ້ອຍ 127, ທະຫານເຮືອ ເຂດ 5. ພາບ: ວັນດິ້ງ

ໄປຄຽງຄູ່ກັບການປະຕິບັດຮູບແບບໃນການປ້ອງກັນ ແລະຕ້ານຜົນກະທົບອັນຕະລາຍຈາກຂີ້ເຫຍື້ອພຼາສະຕິກເປັນຢ່າງດີ, ແຕ່ລະອາທິດ, ພະນັກງານ, ນັກຮົບກອງພັນ 563 ຍັງໄດ້ຈັດຕັ້ງ “ວັນເສົາສະໝັກໃຈ” ແລະ “ວັນອາທິດສີຂຽວ” ດ້ວຍວຽກເຮັດງານທໍາທີ່ມີຄວາມໝາຍຄື: ເຮັດອະນາໄມທໍາຄວາມສະອາດໃນຄ້າຍກົມກອງ ; ບົວລະບັດຕົ້ນໄມ້, ຖັງດອກໄມ້, ສະໜາມຫຍ້າ; ສົມທົບກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ຄະນະຊາວໜຸ່ມ ແລະບັນດາອົງການ, ກົມກອງອື່ນທີ່ຕັ້ງທັບຢູ່ໃນບໍລິເວນ ທຳຄວາມສະອາດແຄມຝັ່ງທະເລ, ທາງຄົມມະນາຄົມ, ຂຸດຮ່ອງລະບາຍນ້ຳ, ຂຸດຄອງເໝືອງປ່ອຍນ້ຳ; ເກັບ ແລະຈັດແບ່ງປະເພດຂີ້ເຫຍື້ອແລ້ວນຳໄປກໍາຈັດ...

ທ່ານພັນໂທ ບຸ່ຍຖ໊າຍຢວນ, ຫົວໜ້າການເມືອງກອງພົນນ້ອຍ 127 (ທະຫານເຮືອ ເຂດ 5) ໃຫ້ຮູ້ວ່າ: ເລື່ອງຜັນຂະຫຍາຍປະຕິບັດ “ວັນເສົາສະໝັກໃຈ” ແລະ “ວັນອາທິດສີຂຽວ”, ນອກຈາກການຈັດຕັ້ງແຮງງານ, ທໍາຄວາມສະອາດສິ່ງແວດລ້ອມ, ເຮັດໃຫ້ກົມກອງ, ບໍລິເວນຕັ້ງທັບສະອາດງາມຕາແລ້ວ, ບັນດາພະນັກງານ, ນັກຮົບໃນກົມກອງຍັງໄດ້ສົມທົບກັນໂຄສະນາ, ຂົນຂວາຍປະຊາຊົນປະຕິບັດແບບແຜນດໍາລົງຊີວິດສີວິໄລ, ບໍ່ຖິ້ມຂີ້ເຫຍື້ອຊະຊາຍ, ບໍ່ຖືກບ່ອນກໍານົດ, ຈໍາກັດການນຳໃຊ້ຖົງ nilon ແລະຜະລິດຕະພັນພຼາສະຕິກທີ່ນໍາໃຊ້ຄັ້ງດຽວ. ໃນວິວັດການປະຕິບັດໜ້າທີ່ຢູ່ທະເລ, ພະນັກງານ, ນັກຮົບຂອງກອງພົນນ້ອຍ ໄດ້ໂຄສະນາ, ຂົນຂວາຍຊາວປະມົງປະຕິບັດຕາມຂໍ້ກໍານົດຂອງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ຢ່າງເຂັ້ມງວດ. ຜ່ານນັ້ນສ້າງການຫັນປ່ຽນຢ່າງຕັ້ງໜ້າໃນການຮັບຮູ້ ແລະການກະທໍາຂອງຊາວປະມົງ.

ເມື່ອໂອ້ລົມກັບພວກຂ້າພະເຈົ້າ, ອ້າຍ ຫງວຽນແທັງລອງ, ຊາວປະມົງຢູ່ກຳປັ່ນ KG 91708 TS ຢູ່ເມືອງກຽນລອງ, ແຂວງກຽນຢາງ ແບ່ງປັນວ່າ: “ຍ້ອນມີພະນັກງານ, ນັກຮົບກອງພົນນ້ອຍ 127 ໄດ້ມາໂຄສະນາກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ຂ້າພະເຈົ້າຈຶ່ງຮູ້ຂໍ້ມູນຂ່າວສານຕື່ມອີກ, ເຊິ່ງເປັນຄວາມຮູ້ທີ່ເປັນປະໂຫຍດ. ຂ້າພະເຈົ້າຈະມານະພະຍາຍາມປະຕິບັດຕາມຂໍ້ກຳນົດຂອງກົດໝາຍໃຫ້ເປັນຢ່າງດີ, ພ້ອມກັນນັ້ນກໍ່ຂົນຂວາຍຊາວປະມົງ ເຂົ້າຮ່ວມການປົກປັກຮັກສາສິ່ງແວດລ້ອມ ແລະແຫຼ່ງຊັບພະຍາກອນທະເລ, ປະກອບສ່ວນຮັບປະກັນຊີວິດການເປັນຢູ່ໃນໄລຍະຍາວ”.

ຍ້ອນປະຕິບັດວຽກງານໂຄສະນາເຜີຍແຜ່ໄດ້ເປັນຢ່າງດີ ແລະມີການເຄື່ອນໄຫວທີ່ລະອຽດ, ແທດຈິງ ແລະມີຄວາມໝາຍຫຼາຍຢ່າງ, ຂະບວນການປົກປັກຮັກສາສິ່ງແວດລ້ອມຂອງພະນັກງານ, ນັກຮົບທະຫານເຮືອ ເຂດ 5 ນັບມື້ນັບແຜ່ຂະຫຍາຍຢ່າງກວ້າງຂວາງ, ໄດ້ຮັບໝາກຜົນຢ່າງຕັ້ງໜ້າ. ພະນັກງານ, ນັກຮົບ ພ້ອມກັບປະຊາຊົນທ້ອງຖິ່ນ ໄດ້ມີການປະກອບສ່ວນບໍ່ແມ່ນໜ້ອຍເຂົ້າໃນການປົກປັກຮັກສາສິ່ງແວດລ້ອມ, ຜ່ານນັ້ນປະກອບສ່ວນຍົກສູງຄຸນນະພາບການດໍາລົງຊີວິດ, ສ້າງທັດສະນີຍະພາບໃນກົມກອງ ແລະບໍລິເວນທີ່ກົມກອງຕັ້ງທັບ ໃຫ້ມີສີຂຽວ, ສະອາດ, ສວຍງາມ.

ໂດຍ: ທູຈາງ