ສື່ມວນຊົນ ປາແລັດສະຕິນ ແລະພາກພື້ນ ໃຫ້ຮູ້ວ່າ ພາຍໃນວັນ, ລົດຖັງ ອິດສະຣາແອນ ສືບຕໍ່ປຸກເລິກເຂົ້າເຂດໃຈກາງນະຄອນ Rafah, ພ້ອມທັງຍູ້ແຮງການບຸກໂຈມຕີໄປທາງທິດຕາເວັນຕົກນະຄອນດັ່ງກ່າວ. ໃນນັ້ນ, ບັນດາບັ້ນບຸກໂຈມຕີໄດ້ດຳເນີນຢ່າງດຸເດືອດ ຢູ່ເຂດ Al Mawasi. ແຫຼ່ງຂ່າວຂອງກຳລັງ ຮາມາດສ ຢັ້ງຢືນວ່າ ບັນດາການບຸກໂຈມຕີຫຼ້າສຸດຂອງກອງທັບອິດສະຣາແອັນ ເຂົ້ານະຄອນ Rafah ໄດ້ເຮັດໃຫ້ມີຜູ້ເສຍຊີວິດກວ່າ 30 ຄົນ, ສ່ວນຫຼາຍແມ່ນສາມັນຊົນ.

leftcenterrightdel
ສະພາບຂອງເຮືອນຫຼັງໜຶ່ງຢູ່ Rafah ພາຍຫຼັງການປະທະກັນ. ພາບ: Reuters

ສ່ວນກອງທັບອິດສະຣາແອັນ ແຈ້ງໃຫ້ຊາບວ່າ ໃນ 24 ຊົ່ວໂມງຜ່ານມາ, ບັນດາກຳລັງຂອງປະເທດນີ້ ໄດ້ບຸກໂຈມຕີທັງໝົດ 45 ເປົ້າໝາຍຢູ່ເຂດ ກາຊາ, ໃນນັ້ນມີນະຄອນ Rafah ແລະ ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 10 ຄົນ.

ແຫຼ່ງຄັດຈາກ: vovworld