leftcenterrightdel
ບັນດາການນຳ G7 ໂຮມປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ຄຳໝັ້ນສັນຍາດັ່ງກ່າວໄດ້ຍົກອອກມາໃນສະພາບການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ ພວມເຮັດໃຫ້ບັນດາບັນຫາກ່ຽວກັບສະບຽງອາຫານໃນທົ່ວໂລກຮ້າຍແຮງຕື່ມອີກ.

ຕາມຮ່າງຖະແຫຼງການ ທີ່ໄດ້ປະກາດໃນວັນທີ 14 ມິຖຸນາ, G7 ຈະຊຸກຍູ້ຂໍ້ລິເລີ່ມລະບົບອາຫານ G7 Apulia (AFSI) ເພື່ອແນໃສ່ຜ່ານຜ່າບັນດາຮົ້ວກີດຂວາງ “ທີ່ມີລັກສະນະໂຄງສ້າງ” ສຳລັບຄວາມໝັ້ນຄົງດ້ານສະບຽງອາຫານ ແລະໂພສະນາການ. ຂໍ້ລິເລີ່ມນີ້ສຸມໃສ່ບັນດາປະເທດທີ່ມີລາຍຮັບຕ່ຳ ແລະໜູນຊ່ວຍບັນດາໂຄງການຢູ່ອາຟະລິກາ.

ບັນດາປະເທດຝ່າຍຕາເວັນຕົກ ກໍໄດ້ໃຫ້ຄຳໝັ້ນສັນຍາຕໍ່ເລື່ອງຫຼຸດອັດຕາດອກເບ້ຍເງິນກູ້ໃຫ້ບັນດາປະເທດທຸກຍາກກວ່າຜ່ານບັນດາກົນໄກຄື ຫຼຸດຜ່ອນໜີ້ສິນຂອງບັນປະເທດພວມພັດທະນາເພື່ອແລກເອົາບັນດາໂຄງການ “ສີຂຽວ” ເພື່ອປົກປັກຮັກສາບັນດາລະບົບນິເວດສຳຄັນ.

ແຫຼ່ງຄັດຈາກ: vovworld.vn