ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ  ເນັ້ນໜັກວ່າ: ບັນດາປະເທດບ້ານໃກ້ເຮືອນຄຽງອາຊີຕາເວັນອອກສ່ຽງໃຕ້ ແລະອາຊຽນ ມີທີ່ຕັ້ງສຳຄັນພິເສດ, ແມ່ນບຸລິມະສິດແຖວໜ້າ ແລະແມ່ນພາກສ່ວນໜຶ່ງທີ່ບໍ່ສາມາດຕັດແຍກອອກໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ. ປະຈຸບັນ, ຄຽງຂ້າງການພົວພັນທີ່ກໍາລັງພັດທະນາຢ່າງດີງາມ ທັງໃນຂອບສອງຝ່າຍ ແລະຫຼາຍຝ່າຍໃນລະດັບລັດ, ການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາແຫ່ງຊາດບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ພວມມີບາດກ້າວພັດທະນາຢ່າງຕັ້ງໜ້າ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານປະທານສະພາແຫ່ງຊາດ ຊົມເຊີຍຄວາມມານະພະຍາຍາມຂອງອາຊຽນ ໃນການສ້າງວິໄສທັດປະຊາຄົມອາຊຽນ 2045, ມຸ່ງໄປເຖິງອາຊຽນ ເຂັ້ມແຂງດ້ວຍຕົນເອງ, ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ ແລະ ຖືປະຊາຊົນເປັນໃຈກາງ. ນີ້ແມ່ນເນື້ອໃນທີ່ມີຄວາມໝາຍແທດຈິງທີ່ສຸດ, ຕອບສະໜອງຄວາມເອົາໃຈໃສ່ລວມຂອງພາກພື້ນ ແລະ ກໍແມ່ນທິດທາງຍຸດທະສາດ, ສ້າງທ່າໃຫ້ການພັດທະນາ ແລະບືນຕົວຂຶ້ນຢ່າງແຂງແຮງຂອງອາຊຽນໃນອະນາຄົດ.

ທ່ານປະທານສະພາແຫ່ງຊາດ ເຊື່ອໝັ້ນວ່າ ດ້ວຍພື້ນຖານການຮ່ວມມືທີ່ໝັ້ນຄົງໃນໄລຍະ 60 ປີຜ່ານມາ, ບັນດາປະເທດສະມາຊິກຈະສືບຕໍ່ເສີມຂະຫຍາຍນ້ຳໃຈສາມັກຄີ, ແບ່ງປັນ ແລະຮ່ວມມື, ປະກອບສ່ວນເຮັດໃຫ້ອາຊຽນພັດທະນາ ຢ່າງໝັ້ນຄົງໃນທຸກສະຖານະການ. ການຜັນຂະຫຍາຍບັນດາຈຸດສຸມ, ບຸລິມະສິດຂອງປີນີ້ສຳເລັດຜົນຈະເພີ່ມກຳລັງແຮງໃໝ່ໃຫ້ການສ້າງປະຊາຄົມອາຊຽນ.

ທ່ານປະທານສະພາແຫ່ງຊາດ ຊົມເຊີຍ ອາຊຽນ ໄດ້ ແລະກໍາລັງສ້າງຂອບເຂດການຮ່ວມມືໃນຫຼາຍຂົງເຂດຄື: ເສດຖະກິດດີຈີຕອນ, ເສດຖະກິດໝູນວຽນ, ການຫັນເປັນດີຈີຕອນ, ການຫັນປ່ຽນພະລັງງານ. ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງ ແລະ ຂອບເຂດດັ່ງກ່າວ ໃນສະພາບຕົວຈິງໂດຍໄວ, AIPA ແລະ ບັນດາລັດຖະສະພາສະມາຊິກ ຄວນສືບຕໍ່ຮ່ວມເດີນທາງ, ສົມທົບກັນຢ່າງແໜ້ນແຟ້ນກັບລັດຖະບານຂອງປະເທດເຫຼົ່ານີ້ໃນການກໍ່ສ້າງລະບົບກົດໝາຍທີ່ເໝາະສົມ, ຕັ້ງໜ້າກວດກາ ແລະແກ້ໄຂສິ່ງກີດຂວາງ, ພ້ອມກັນມານະພະຍາຍາມສ້າງກອບນິຕິກໍາສະດວກທີ່ສຸດ ໃຫ້ແກ່ການປະຕິບັດຂອບການຮ່ວມມືຢ່າງມີປະສິດທິຜົນ. ທ່ານປະທານສະພາແຫ່ງຊາດ ໃສ່ໃຈວ່າ ຕ້ອງເພີ່ມທະວີການປະກອບສ່ວນຂອງ AIPA ເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງ ຢູ່ພາກພື້ນ.

leftcenterrightdel
ປະທານສະພາແຫ່ງຊາດຫວຽດນາມ ເຈິ່ນແທັງເໝິນ ຕ້ອນຮັບເອກອັກຄະລັດຖະທູດ, ອຸປະທູດຂອງບັນດາປະເທດອາຊຽນ ແລະ ຕີມໍ ແລັດສະເຕ. ພາບ: ສໍານັກຂ່າວສານຫວຽດນາມ

ໂດຍຕາງໜ້າໃຫ້ບັນດາເອກອັກຄະລັດຖະທູດ, ອຸປະທູດ, ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ໄດ້ຕີລາຄາວ່າ ໃນຮອບ 30 ປີ ນັບແຕ່ເມື່ອຫວຽດນາມເຂົ້າເປັນສະມາຊິກ ຂອງສະພາລັດຖະສະພາລະຫວ່າງຊາດອາຊຽນ (AIPA), ສະພາແຫ່ງຊາດຫວຽດນາມ ໄດ້ຍົກອອກຫຼາຍຂໍ້ລິເລີ່ມ, ຕັ້ງໜ້າເຂົ້າຮ່ວມໃນການຍົກສູງປະສິດທິຜົນການຮ່ວມມືລະຫວ່າງລັດຖະສະພາ ໃນພາກພື້ນ.

ທ່ານນາງ ຄຳເພົາ ເອີນທະວັນ ຖືວ່າ, ບັນດາກົນໄກເຈລະຈາ ແລະ ການຮ່ວມມືແມ່ນມາດຕະການແກ້ໄຂທີ່ແທດຈິງ ຕໍ່ໜ້າຄວາມຂາດສະຖຽນລະພາບດ້ານພູມສາດການເມືອງ ແລະ ເສດຖະກິດຂອງໂລກໃນປະຈຸບັນ ແລະອາຊຽນ ແມ່ນກຸນແຈເພື່ອຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ແລະ ທົ່ວໂລກ. ບັນດາການນຳສະພາແຫ່ງຊາດອາຊຽນ ຈະຊຸກຍູ້ບັນດາຄຸນຄ່າລວມຂອງປະຊາຄົມອາຊຽນ ແລະ ແບ່ງປັນຜົນປະໂຫຍດລວມ ກັບບັນດາປະເທດ ເພື່ອແນໃສ່ແກ້ໄຂສິ່ງທ້າທາຍລວມຢູ່ພາກພື້ນ ໃນປີທີ່ ລາວເປັນປະທານອາຊຽນ 2024 .

ໂດຍ: ທູຈາງ