leftcenterrightdel
ທະຫານ NATO ຊ້ອມຮົບຢູ່ Korzeniewo, ພາກເໜືອໂປໂລຍ ໃນວັນທີ  4 ມີນາ 2024. ພາບ: PAP/ສໍານັກຂ່າວສານຫວຽດນາມ

ກ່າວຄຳເຫັນກັບວົງການສື່ມວນຊົນພາຍຫຼັງກອງປະຊຸມຂອງ NATO ຢູ່ບຣຸກແຊນ (ແບນຊິກ), ລັດຖະມົນຕີ Hakkanen ໃຫ້ຮູ້ວ່າ ສຳນັກງານກອງບັນຊາການກຳລັງການທະຫານບົກຂອງ NATO ຢູ່ແຟນລັງ ມີໜ້າທີ່ຊີ້ນຳບັນດາເຄື່ອນໄຫວສູ້ຮົບຢູທາງບົກຢູ່ ເອີຣົບເໜືອ.

ກໍ່ຕາມເຈົ້າໜ້າທີ່ທ່ານດັ່ງກ່າວ, ໃນໂຄງປະກອບຂອງກອງບັນຊາການໃໝ່ຂອງ NATO, ທຸກປະເທດເອີຣົບເໜືອ ຈະຢູ່ພາຍໃຕ້ສິດບັນຊາຂອງກອງບັນຊາການກຳລັງປະສົມ Norfolk ທີ່ມີສຳນັກງານຕັ້ງຢູ່ອາເມລິກາ, ເຊິ່ງມີໜ້າທີ່ປ້ອງກັນຕົວຢູ່ ອັກລັງຕິກເໜືອ.

ແຫຼ່ງຄັດຈາກ: vovworld.vn