ກຸ່ມສະມາຊິກລັດຖະສະພາມິດຕະພາບຝຣັ່ງ-ຫວຽດນາມ ໃຫ້ຄໍາໝັ້ນສັນຍາສະໜັບສະໜູນຫວຽດນາມ
ກປ.ອອນໄລ - ຝຣັ່ງ ຈະສືບຕໍ່ສະໜັບສະໜູນ ແລະໜູນຊ່ວຍຫວຽດນາມ ໃນການແກ້ໄຂຄວາມຫຍຸ້ງຍາກຍ້ອນຜົນກະທົບຈາກພະຍາດກໍ່ຄືໃນການຊຸກຍູ້ການພົວພັນສອງຝ່າຍໃນຂົງເຂດຕ່າງໆ, ໃນນັ້ນ ມີການຮ່ວມມືດ້ານເສດຖະກິດ ແລະການພົວພັນລະຫວ່າງວິສາຫະກິດ, ສະມາຄົມກໍ່ຄືໃນຂົງເຂດສຶກສາ-ກໍ່ສ້າງ ແລະສາທາລະນະສຸກ.
ນີ້ແມ່ນຄໍາຢັ້ງຢືນຂອງທ່ານນາງ Catherine Deroche ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບຝຣັ່ງ-ຫວຽດນາມ ຢູ່ສະພາສູງຝຣັ່ງ ໃນການພົບປະກັບທ່ານ ດິງຕວ່ານທັ໊ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາຝຣັ່ງ ໃນຕອນເຊົ້າວັນທີ 20 ກໍລະກົດ.
ໃນການຕ້ອນຮັບທ່ານ ດິງຕວ່ານທັ໊ງ ເອກອັກຄະລັດຖະທູດຫວຽດນາມ ເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດເລີ່ມຕົ້ນອາຍຸການໃໝ່, ທ່ານນາງ Catherine Deroche ໄດ້ສະແດງຄວາມເອົາໃຈໃສ່ ແລະແບ່ງປັນຕໍ່ສະພາບການຂອງຫວຽດນາມ ໃນການຮັບມືກັບພະຍາດໂຄວິດ-19, ກໍ່ຄືສິ່ງທ້າທາຍທີ່ຫວຽດນາມ ພວມມານະພະຍາຍາມສຸມໃສ່ເພື່ອຜ່ານຜ່າໃນປະຈຸບັນ.
    |
 |
ທ່ານນາງ Catherine Deroche ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບຝຣັ່ງ-ຫວຽດນາມ ຢູ່ສະພາສູງຝຣັ່ງ ໃນການພົບປະກັບທ່ານ ດິງຕວ່ານທັ໊ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາຝຣັ່ງ. ພາບ: lecourrier.vn |
ໃນການຕ້ອນຮັບ, ທ່ານ ດິງຕວ່ານທັ໊ງ ແລະທ່ານນາງ Catherine Deroche ໄດ້ຫວນຄືນສະພາບການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ, ຕີລາຄາສູງຕໍ່ການພົບປະແລກປ່ຽນທາງໄກລະຫວ່າງການນໍາສອງປະເທດໃນມໍ່ໆມານີ້; ຖືນັ້ນເປັນຂີດໝາຍສໍາຄັນ, ສ້າງທ່າໃຫ້ແກ່ການພົວພັນຫວຽດນາມ-ຝຣັ່ງ ພັດທະນາ.
ສອງຝ່າຍເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງຈະສືບຕໍ່ສົມທົບກັນຈັດຕັ້ງການເຄື່ອນໄຫວຮ່ວມ, ມານະພະຍາຍາມເພີ່ມທະວີຊຸກຍູ້ການຢ້ຽມຢາມເຊິ່ງກັນ ແລະກັນ, ແລກປ່ຽນຄະນະຜູ້ແທນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະສະພາສູງຝຣັ່ງ ແລະກະກຽມໃຫ້ກອງປະຊຸມຮ່ວມມືລະຫວ່າງທ້ອງຖິ່ນສອງປະເທດ ຄັ້ງທີ 12 ໃນປີ 2022 ຢູ່ຮ່າໂນ້ຍ.
ກຸ່ມສະມາຊິກລັດຖະສະພາມິດຕະພາບຝຣັ່ງ-ຫວຽດນາມ ຢູ່ສະພາສູງຝຣັ່ງ ລວມມີສະມາຊິກ 30 ຄົນ ແມ່ນໜຶ່ງໃນບັນດາກຸ່ມທີ່ເປັນມິດກັບບັນດາປະເທດໃຫຍ່ທີ່ສຸດຢູ່ທີ່ນີ້. ສະມາຊິກຂອງກຸ່ມຜ່ານແຕ່ລະສະໄໝລ້ວນແຕ່ຕິດພັນກັນ ແລະມີຫຼາຍການເຄື່ອນໄຫວອັນລໍ້າຄ່າເພື່ອສະໜັບສະໜູນຫວຽດນາມ.
ໂດຍ: ຈາງຫງວຽນ