ໂລກລະບາດໂຄວິດ-19: ສະພາບການໂລກລະບາດໃນຕອນເຊົ້າວັນທີ 21 ກໍລະກົດ
ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 21 ກໍລະກົດ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດກວ່າ 192,2 ລ້ານຄົນ, ໃນນັ້ນມີກວ່າ 4,1 ລ້ານຄົນເສຍຊີວິດ.
ອາເມລິກາ ຢືນອັນດັບໜຶ່ງໃນໂລກກ່ຽວກັບຈຳນວນຜູ້ຕິດເຊື້ອ ແລະເສຍຊີວິດຫຼາຍກວ່າ 35 ລ້ານຄົນ, ໃນນັ້ນມີເກືອບ 625.000 ຄົນເສຍຊີວິດ. ຖັດຈາກອາເມລິກາ, ອິນເດຍ ແລະບຣາຊິນ. ສ່ວນຢູ່ອາຊີ, ອິນໂດເນເຊຍ ຍັງແມ່ນຈຸດຮ້ອນເຮັ່ງຂອງໂລກລະບາດ. ກະຊວງສາທາລະນະສຸກອິນໂດເນເຊຍ ແຈ້ງໃຫ້ຊາບວ່າ ປະເທດນີ້ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 38.300 ຄົນ ແລະມີກວ່າ 29.700 ຄົນເສຍຊີວິດໃນຮອບເວລາ 24 ຊົ່ວໂມງຜ່ານມາ. ໄລ່ຮອດປັດຈຸບັນ, ອິນໂດເນເຊຍ ຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດກວ່າ 2,9 ລ້ານຄົນ, ໃນນັ້ນມີເກືອບ 75.000 ຄົນເສຍຊີວິດ.
ສ່ວນຢູ່ຫວຽດນາມ, ນັບແຕ່ເວລາ 18 ໂມງ 30 ນາທີຂອງວັນທີ 20 ກໍລະກົດຫາເວລາ 6 ໂມງຂອງວັນທີ 21 ກໍລະກົດ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອິກ 2.787 ຄົນ, ໃນນັ້ນນະຄອນໂຮ່ຈີມິນ ມີ 1.739 ຄົນ. ໄລ່ຮອດຕອນເຊົ້າວັນທີ 21 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດ 65.607 ຄົນ, ໃນນັ້ນມີ 11.443 ຄົນໄດ້ຮັບການປິ່ນປົວຫາຍດີແລ້ວ.
ແຫຼ່ງຄັກຈາກ: vovworld.vn