IEA ກ່າວເຕືອນຄວາມສ່ຽງປະລິມານອາຍພິດທົ່ວໂລກເພີ່ມຂຶ້ນສູງລະດັບສະຖິຕິໃນປີ 2023
ວັນທີ 20 ກໍລະກົດ, ອົງການພະລັງງານສາກົນ (IEA) ໄດ້ກ່າວເຕືອນວ່າ ປະລິມານອາຍພິດກາກບອນທົ່ວໂລກ ຈະເພີ່ມຂຶ້ນລະດັບສູງຊຶ່ງບໍ່ເຄີຍມີມາກ່ອນໃນປີ 2023 ຍ້ອນວ່າ ປັດຈຸບັນທົ່ວໂລກສະຫງວນພຽງແຕ່ 2% ກອງທຶນໜູນຊ່ວຍການຟື້ນຟູພາຍຫຼັງໂລກລະບາດໂຄວິດ-19 ເຂົ້າໃນບັນດາໂຄງການພະລັງງານສະອາດ.