ແຈ້ງການດັ່ງກ່າວໄດ້ຍົກອອກມາໃນສະພາບທີ່ໃນເວລາປະມານ 1 ເດືອນຕື່ມອີກ ງານມະຫາກຳກິລາ Olympic Tokyo 2020 ຈະໄຂຂຶ້ນ. ມະຫາຊົນພວມມີຄວາມວິຕົກກັງວົນກ່ຽວກັບຈຳນວນກໍລະນີຕິດເຊື້ອພະຍາດໂຄວິດ-19 ມີຄວາມສ່ຽງເພີ່ມຂຶ້ນຢ່າງແຮງ ຍ້ອນໄວຣັດ SARS-CoV-2  ສາຍພັນໃໝ່ຍັງແຜ່ລະບາດຢ່າງແຮງ.

ການພົບປະລະຫວ່າງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga Yoshihide ແລະ ຜູ້ວ່າການລັດ Yuriko Koike ຈະດຳເນີນກ່ອນກອງປະຊຸມທາງໄກຂອງບັນດາຜູ້ຈັດຕັ້ງ Olympic ແລະ Paralympic ໃນວັນທີ 21 ມິຖຸນາ. ທີ່ກອງປະຊຸມນີ້, ຄະນະຈັດຕັ້ງຈະຕົກລົງອະນຸຍາດຈຳນວນຜູ້ມາຊົມບັນດາການແຂ່ງຂັນ.

ແຫຼ່ງຄັດຈາກ: vovworld.vn