leftcenterrightdel
ທ່ານປະທານາທິບໍດີອາເມລິກາ Joe Biden. ພາບປະກອບ: AFP/TTXVN

ໃນຖະແຫຼງການໜຶ່ງ, ທ່ານນາງ Jen Psaki, ໂຄສົກທຳນຽບຂາວຊີ້ແຈ້ງວ່າ: “ການຢ້ຽມຢາມຂອງທ່ານປະທານາທິບໍດີ Reuven Rivlin ຈະເນັ້ນໜັກເຖິງການພົວພັນຄູ່ຮ່ວມມືທີ່ຍາວນານລະຫວ່າງອາເມລິກາ ແລະອິດສະຣາແອັນ ກໍຄືການພົວພັນຢ່າງເລິກເຊິ່ງລະຫວ່າງບັນດາລັດຖະບານ ແລະປະຊາຊົນ 2 ປະເທດ. ນັ້ນແມ່ນໂອກາດເພື່ອປຶກສາຫາລືບັນດາກາລະໂອກາດ ແລະສິ່ງທ້າທາຍເຊິ່ງພາກພື້ນພວມປະເຊີນໜ້າ”.

ອາຍຸການດຳລົງຕຳແໜ່ງປະທານາທິບໍດີເປັນເວລາ 7 ປີຂອງທ່ານ Reuven Rivlin ຄາດວ່າຈະສິ້ນສຸດລົງໃນວັນທີ 7 ກໍລະກົດ 2021 ແລະທຳນຽບຂາວຖືວ່າ, ການຢ້ຽມຢາມອາເມລິກາ ຄັ້ງນີ້ “ຈະເຊີດຊູບັນດາການອຸທິດສ່ວນຂອງທ່ານທີ່ໄດ້ສະແດງອອກ ແນໃສ່ປັບປຸງການພົວພັນມິດຕະພາບລະຫວ່າງ 2 ປະເທດໃນເວລາຫຼາຍປີຜ່ານມາ”.

ແຫຼ່ງຄັດຈາກ: vovworld.vn