ສະນັ້ນ, ໄລ່ຮອດເວລາ 6 ໂມງຂອງວັນທີ 18 ມິຖຸນາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ພາຍໃນປະເທດສະສົມທັງໝົດ 10.564 ຄົນ ແລະ 1.667 ຄົນກັບມາຈາກຕ່າງປະເທດ. ຈຳນວນຜູ້ທີ່ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 4.653 ຄົນ, ມີ 61 ຄົນເສຍຊີວິດ.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 17 ມິຖຸນາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດແມ່ນກວ່າ 178 ລ້ານຄົນ, ໃນນັ້ນເກືອບ 3,9 ລ້ານຄົນເສຍຊີວິດ. ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍັງແມ່ນອາເມລິກາ, ຖັດຈາກນັ້ນແມ່ນ ອິນເດຍ ແລະບຣາຊິນ.

ແຫຼ່ງຄັດຈາກ: vovworld.vn