ຖ້າໄລ່ຕາມອັດຕາປະຊາກອນ, ເປຣູ ແມ່ນປະເທດທີ່ມີອັດຕາຜູ້ເສຍຊີວິດສູງສຸດ, ໃນຈຳນວນປະຊາກອນ 100.000 ຄົນໃດຈະມີ 573 ຄົນເສຍຊີວິດ. ຖັດຈາກນັ້ນແມ່ນ ຮຸງກາຣີ ແລະ Bosnia-Herzegovina.

leftcenterrightdel
ພະນັກງານການແພດຝລັ່ງ ຂົນສົ່ງຄົນເຈັບຕິດເຊື້ອໂຄວິດ-19. ພາບ: Reuters.

ຖ້າໄລ່ຕາມພາກພື້ນແລ້ວ, ປັດຈຸບັນ, ອາເມລິກາ ລາຕິນ ແລະກາຣີເບ ແມ່ນຈຸດໃຈກາງຂອງໂລກລະບາດ, ດ້ວຍຈຳນວນຜູ້ເສຍຊີວິດກວ່າ 1,2 ລ້ານຄົນ ໃນຈຳນວນຜູ້ຕິດເຊື້ອກວ່າ 35,1 ລ້ານຄົນ. ຖັດຈາກນັ້ນແມ່ນ ເອີຣົບ, ອາເມລິກາເໜືອ, ອາຊີ, ຕາເວັນອອກກາງ, ອາຟະລິກາ ແລະໂອເຊອາເນຍ.

ສະເພາະຢູ່ຫວຽດນາມ, ຕອນບ່າຍວັນທີ 16 ມິຖຸນາ, ກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 176 ກໍລະນີ, ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອຢູ່ຫວຽດນາມ ຂຶ້ນເປັນ 11.480 ກໍລະນີ, ໃນນັ້ນມີ 4.543 ກໍລະນີໄດ້ຮັບການປິ່ນປົວຫາຍດີແລ້ວ ແລະມີ 61 ກໍລະນີເສຍຊີວິດ.

ແຫຼ່ງຄັດຈາກ: vovworld.vn