ທ່ານນາຍົກລັດຖະມົນຕີອັງກິດ ຢັ້ງຢືນວ່າ ຂໍ້ຕົກລົງສະບັບນີ້ຈະເປີດກວ້າງສາຍພົວພັນຢ່າງແໜ້ນແຟ້ນທີ່ມີມາແລ້ວລະຫວ່າງ ອັງກິດ ກັບອົດສະຕາລີ ພາຍຫຼັງທີ່ ອັງກິດ ຖອນຕົວອອກຈາກສະຫະພາບເອີຣົບ. ສ່ວນທ່ານນາຍົກລັດຖະມົນຕີອົດສະຕາລີ Scott Morrison ໃຫ້ຮູ້ວ່າ ນີ້ແມ່ນຂໍ້ຕົກລົງການຄ້າທີ່ກ້າວໜ້າທີ່ສຸດໃນໂລກໃນປັດຈຸບັນ ແລະຈະນຳມາເຊິ່ງຜົນປະໂຫຍດທີ່ໃຫຍ່ຫຼວງໃຫ້ແກ່ສອງປະເທດ.

ຕາມສື່ມວນຊົນອົດສະຕາລີ ແລ້ວ, ສົນທິສັນຍາ FTA ນີ້ຈະສ້າງລາຍໄດ້ໃຫ້ແກ່ພື້ນຖານເສດຖະກິດ 914 ລ້ານໂດລາສະຫະລັດ/ປີ ໃນຂະນະທີ່ພື້ນຖານເສດຖະກິດຂອງ ອົດສະຕາລີ ມີລາຍໄດ້ 1,3 ຕື້ໂດລາສະຫະລັດຕໍ່ປີ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີອົດສະຕາລີ ກໍໃຫ້ຮູ້ວ່າ ອົດສະຕາລີ ຈະສະໜັບສະໜູນອັງກິດ ເຂົ້າຮ່ວມສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP).

ແຫຼ່ງຄັດຈາກ: vovworld.vn