ຈະ​ຫລວດ​ລອງ​ມາສ 2 ​ເອຟ ພ້ອມ​ນັກ​ບິນ​ອາ​ວະ​ກາດ 3 ຄົນ ​ໃນ​ຍານ​ອາ​ວະ​ກາດ ​ເສີນ​ໂຈ​ວ-12 ມີ​ກຳນົດ​ຂຶ້ນ​ສູ່​ອາ​ວະ​ກາດທີ່​ຖານ​ປ່ອຍ​ຈະ​ຫລວດໃນ​ພື້ນ​ທີ່ທາງ​ຕາ​ເວັນ​ຕົກ​ສ່ຽງ​​ເໜືອຂອງ​ທະ​ເລ​ຊາຍ​ໂກ​ບີ ​ ​ໂດຍນັກ​ບິນ​ອາ​ວະ​ກາດທັງ 3 ຄົນຈະ​ປະຈຳການ​ 3​ ເດືອນ ​ເທິງ​ສະຖານີອາ​ວະ​ກາດ​ທຽນ​ກົງ ​ເຊິ່ງຖື​​ເປັນພາລະກິດຂອງ​ນັກ​ບິນອາ​ວະ​ກາດຫລາຍ​ເດືອນ ​ທີ່​ສຸດ​ຂອງ​ຈີນ​ ເພື່ອ​ປະຕິບັດ​ງານ​ຕ່າງໆ ​ເປັນຕົ້ນ:  ການ​​ສຳ​ຫລວດ ​ອາ​ວະ​ກາດ.

ແຫຼ່ງຄັດຈາກ: kpl.gov.la