ກ່າວຄໍາເຫັນທີ່ກອງປະຊຸມ, ບັນດາປະເທດສະມາຊິກສະພາຄວາມໝັ້ນຄົງ ຮັບຮູ້ຄວາມຄືບໜ້າທີ່ດີທາງດ້ານການເມືອງ ແລະຄວາມໝັ້ນຄົງຢູ່ ຊູດັງ ນັບແຕ່ຕົ້ນປີ 2021 ມາຮອດປັດຈຸບັນ, ແຕ່ກໍແບ່ງປັນຄວາມວິຕົກກັງວົນກ່ຽວກັບສິ່ງທ້າທາຍຢູ່ປະເທດນີ້, ພິເສດແມ່ນວິກິດການດ້ານເສດຖະກິດ, ມະນຸດສະທໍາ ແລະສະພາບໃຊ້ຄວາມຮຸນແຮງລະຫວ່າງປະຊາຄົມຕ່າງໆຢູ່ພາກພື້ນ Darfur ພວມເພີ່ມຂຶ້ນ.

leftcenterrightdel
ສະພາຄວາມໝັ້ນຄົງ ດໍາເນີນກອງປະຊຸມເປີດເຜີຍກ່ຽວກັບສະພາບການຢູ່ ຊູດັງ. ພາບ: vov.vn.

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໄດ້ຊົມເຊີຍຄວາມຄືບໜ້າທີ່ດີໃນມໍ່ໆມານີ້ຢູ່ຊູດັງ ແລະຫວັງວ່າ ລັດຖະບານຊູດັງ ສືບຕໍ່ຊຸກຍູ້ວິວັດການເຊື່ອມຕໍ່, ໃນນັ້ນຮັບປະກັນໃຫ້ແມ່ຍິງເຂົ້າຮ່ວມຢ່າງຄົບຖ້ວນ, ສະເໝີພາບ ແລະມີຄວາມໝາຍ, ສອດຄ່ອງກັບຂໍ້ຕົກລົງສັນຕິພາບໃນວັນທີ 3 ຕຸລາ 2020.

leftcenterrightdel
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: vov.vn.

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ຮຽກຮ້ອງລັດຖະບານຊູດັງ ເພີ່ມທະວີກໍາລັງຄວາມສາມາດປົກປ້ອງສາມັນຊົນ ແລະຜັນຂະຫຍາຍມາດຕະການ ເພື່ອແນໃສ່ແກ້ໄຂບັນຫາໃຊ້ຄວາມຮຸນແຮງລະຫວ່າງປະຊາຄົມຕ່າງໆຢູ່ Darfur. ທ່ານ ດັ້ງດິ່ງກຸ໊ຍ ເນັ້ນໜັກວ່າ ປະເທດນີ້ມີຄວາມຮັບຜິດຊອບແຖວໜ້າໃນການເຄົາລົບກົດໝາຍວ່າດ້ວຍມະນຸດສະທໍາສາກົນ, ສະກັດກັ້ນ ແລະລົງໂທດອາດຊະຍາກໍາທາງອາຍາທີ່ຮ້າຍແຮງປະເພດຕ່າງໆ. ທ່ານເອກອັກຄະລັດຖະທູດ ຖືວ່າ ການສືບສວນຄວາມຮັບຜິດຊອບຕໍ່ການລະເມີດກົດໝາຍວ່າດ້ວຍມະນຸດສະທໍາສາກົນ, ອາດຊະຍາກຳທາງອາຍາທີ່ຮ້າຍແຮງຕ້ອງໄດ້ດໍາເນີນໃຫ້ສອດຄ່ອງກັບບັນດາຫຼັກການພື້ນຖານຂອງກົດໝາຍສາກົນ, ໃນນັ້ນມີບັນຫາເຄົາລົບເອກະລາດ, ອະທິປະໄຕແຫ່ງຊາດ.

ໂດຍ: ໄຊຊະນະ