leftcenterrightdel
ກອງປະຊຸມຄັ້ງນີ້ແມ່ນກອງປະຊຸມໂດຍກົງຄັ້ງທຳອິດຂອງລັດຖະມົນຕີການຕ່າງປະເທດກຸ່ມບັນດາປະເທດ G7 ໃນຮອບເວລາ 2 ປີຜ່ານມາ. (ພາບປະກອບ: KT)

ວັນທີ 03 ພຶດສະພາ, ລັດຖະມົນຕີບັນດາປະເທດອຸດສາຫະກຳພັດທະນາ G7 ເລີ່ມດຳເນີນກອງປະຊຸມໂດຍກົງແກ່ຍາວເປັນເວລາ 3 ວັນຢູ່ນະຄອນຫຼວງ ລອນດອນ, ປະເທດອັງກິດ ເພື່ອກະກຽມໂຄງການດຳເນີນງານໃຫ້ແກ່ກອງປະຊຸມສຸດຍອດ G7 ໃນເດືອນ ມິຖຸນາ 2021, ດ້ວຍບັນດາຫົວເລື່ອງຈຸດສຸມແມ່ນວິທີການແກ້ໄຂການພົວພັນກັບ ລັດເຊຍ ແລະ ຈີນ.

ແຈ້ງຂ່າວຕໍ່ວົງການນັກຂ່າວໃນວັນທີ 02 ພຶດສະພາ, ທ່ານ Dominic Raab, ລັດຖະມົນຕີການຕ່າງປະເທດອັງກິດ, ເຊິ່ງແມ່ນປະເທດເຈົ້າພາບຈັດກອງປະຊຸມສຸດຍອດ G7 ປີ 2021, ໃຫ້ຮູ້ວ່າ, ລັດຖະມົນຕີການຕ່າງປະເທດ G7 ຈະປຶກສາຫາລືຫຼາຍຫົວເລື່ອງສຳຄັນໃນການພົວພັນສາກົນ, ໃນນັ້ນຈຸດສຸມແມ່ນການພົວພັນກັບລັດເຊຍ ແລະ ຈີນ, ການພົວພັນລະຫວ່າງ ລັດເຊຍ ແລະ ຈີນ ກັບບັນດາປະເທດ G7 ພວມຊົ່ວຮ້າຍລົງໃນໄລຍະຜ່ານມາ, ວິທີການແກ້ໄຂໂລກລະບາດໂຄວິດ-19 ຕອນຕົ້ນຂອງ ຈີນ…

ກອງປະຊຸມຄັ້ງນີ້ແມ່ນກອງປະຊຸມໂດຍກົງຄັ້ງທຳອິດຂອງລັດຖະມົນຕີການຕ່າງປະເທດກຸ່ມບັນດາປະເທດ G7 ໃນຮອບເວລາ 2 ປີຜ່ານມາ.

ແຫຼ່ງຄັດຈາກ: vovworld.vn