ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ, ໄລ່ຮອດເວລາ 6 ໂມງຂອງວັນທີ 2 ພຶດສະພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ພາຍໃນປະເທດລວມທັງໝົດ 1587 ກໍລະນີ, ໃນນັ້ນຈຳນວນຜູ້ຕິດເຊື້ອລາຍໃໝ່ນັບແຕ່ວັນທີ 27 ມັງກອນ ມາຮອດປັດຈຸບັນ ແມ່ນ 927 ກໍລະນີ. ໃນຈຳນວນກໍລະນີຕິດເຊື້ອລວມທົງໝົດ 2.942 ກໍລະນີ ມີກໍລະນີໄດ້ຮັບການປິ່ນປົວຫາຍດີແລ້ວແມ່ນ 2.549 ກໍລະນີ  ແລະ ມີ 35 ກໍລະນີເສຍຊີວິດ.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 21 ໂມງ 30 ນາທີ ຂອງວັນທີ 1 ພຶດສະພາ (ຕາມເວລາຫວຽດນາມ), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 152.133.661 ຄົນ, ໃນນັ້ນ ມີ 3.196.536 ຄົນເສຍຊີວິດ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີແມ່ນ 129.439.543 ຄົນ.

ແຫຼ່ງຄັດຈາກ: vovworld.vn