ຕາມທ່ານນາງ Ilene Cohn ແລ້ວ, ຫວຽດນາມ ໄດ້ຈັດຕັ້ງວາລະປະຊຸມກ່ຽວກັບລະເບີດບໍ່ທັນແຕກຫລັງສົງຄາມແມ່ນຖືກກັບຈຸດເວລາ. ວາລະປະຊຸມນີ້ມີຄວາມໝາຍສຳຄັນທີ່ສຸດ ຍ້ອນສະພາຄວາມໝັ້ນຄົງ ແມ່ນອົງການຮັບຜິດຊອບການແກ້ໄຂບັນຫາຕ່າງໆ ເພື່ອຮັບປະກັນໃນການຮັກສາສັນຕິພາບ ແລະຄວາມໝັ້ນຄົງຂອງໂລກ.

ໃນສະພາບຄວາມອັນຕະລາຍຈາກລະເບີດບໍ່ທັນແຕກຍັງຄົງຕົວ ແລະສືບຕໍ່ນາບຂູ່ປະຊາຊົນໃນໂລກ, ທ່ານນາງ Ilene Cohn ຖືວ່າ ຄວນໃຫ້ບຸລິມະສິດແກ່ບັນຫານີ້ໃນວາລະປະຊຸມ.

leftcenterrightdel
ທ່ານ ບຸ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ເປັນປະທານວາລະປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ

ເມື່ອເຕື້ອງເຖິງບັນຫາດັ່ງກ່າວ, ທ່ານນາງເອກອັກຄະລັດຖະທູດ Geraldine Byrne Nason ເນັ້ນຫນັກວ່າ ໃນທົ່ວໂລກ, ບັນຫາລະເບີດບໍ່ທັນແຕກບໍ່ພຽງແຕ່ແມ່ນເລື່ອງລາວໃນອະດີດຕະການເທົ່ານັ້ນຫາກຍັງຕົກຄ້າງມາຮອດປະຈຸບັນ. ຍ້ອນເຫດນັ້ນວາລະປະຊຸມກ່ຽວກັບລະເບີດບໍ່ທັນແຕກຫຼັງສົງຄາມ ໂດຍຫວຽດນາມ ຍົກອອກມາລ້ວນແຕ່ແມ່ນບັນຫາທີ່ເຕັມໄປດ້ວຍສິ່ງທ້າທາຍ ເຊິ່ງທົ່ວໂລກພວມປະເຊີນຫນ້າ. ກໍ່ຕາມທ່ານນາງເອກອັກຄະລັດຖະທູດ Geraldine Byrne Nason, ອຽກລັງ ມີການພົວພັນຕ່າງປະເທດທາງການທູດກັບ ຫວຽດນາມ ຄົບຮອບ 25 ປີ ແລ້ວ ແລະຍາມໃດກໍ່ສະໜັບສະໜູນຫວຽດນາມ ແກ້ໄຂບັນຫາລະເບີດບໍ່ທັນແຕກຫຼັງສົງຄາມ.

ໂດຍ: ກວຽດເຕິມ