leftcenterrightdel
ກອງປະຊຸມທາງອອນລາຍລະຫວ່າງບັນດາລັດຖະມົນຕີການຕ່າງປະເທດບັນດາປະເທດສະມາຊິກອີຢູ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນຖະແຫຼງການໄດ້ຍົກອອກມາທີ່ກອງປະຊຸມທາງອອນລາຍ, ລັດຖະມົນຕີການຕ່າງປະເທດບັນດາປະເທດສະມາຊິກ ໄດ້ຊີ້ແຈ້ງວ່າ ອີຢູ ພວມຊັ່ງຊາ “ຄວນປັບປຸງຈຸດສຸມຍຸດທະສາດ, ການມີໜ້າ ແລະບັນດາການກະທຳຢູ່ມະຫາສະມຸດອິນເດຍ-ປາຊີຟິກ… ບົນພື້ນຖານເສີມຂະຫຍາຍອະທິປະໄຕ, ອຳນາດກົດໝາຍ, ສິດທິມະນຸດ ແລະກົດໝາຍສາກົນ”. ບັນດາລັດຖະມົນຕີການຕ່າງປະເທດໄດ້ເຫັນດີເປັນເອກະພາບຈະມານະພະຍາຍາມຮ່ວມມືກັບ “ບັນດາຄູ່ຮ່ວມມືທີ່ມີຈຸດມຸ່ງໝາຍດຽວກັນ” ເພື່ອແນໃສ່ຮັກສາບັນດາສິດພື້ນຖານໃນພາກພື້ນມະຫາສະມຸດອິນເດຍ-ປາຊີຟິກ. ແຜນການນີ້ອາດຈະມີຄວາມໝາຍດ່ຽວກັນກັບເລື່ອງ ອີຢູ ຈະເພີ່ມທະວີການເຄື່ອນໄຫວທາງການທູດໃນບັນດາບັນຫາທີ່ກ່ຽວຂ້ອງເຖິງມະຫາສະມຸດອິນເດຍ-ປາຊີຟິກ, ຜັນຂະຫຍາຍບຸກຄະລາກອນໃຫ້ຫຼາຍກວ່າອີກ ແລະຍູ້ແຮງການລົງທຶນຢູ່ພາກພື້ນ, ກໍ່ຄືອາດຈະເພີ່ມທະວີການມີໜ້າໃນການຮັກສາການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ສິ່ງນີ້ຈະລວມມີການຮັບມືກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງສາກົນ, ໃນນັ້ນມີຄວາມໝັ້ນຄົງໃນການເດີນເຮືອ.

ແຫຼ່ງຄັດຈາກ: vovworld.vn