ຕາມແຈ້ງການແລ້ວ, ຂໍ້ຕົກລົງລວມມີສັນຍາກໍ່ສ້າງ ແລະນຳເຂົ້າສູ່ເຄື່ອນໄຫວສຳລັບໂຮງຮຽນຝຶກແອບການບິນໃຫ້ແກ່ກຳລັງທະຫານບິນເອຢິບ ໃນເວລາ 22 ປີ ດ້ວຍມູນຄ່າ 1,65 ຕື້ໂດລາສະຫະລັດ. ໂຮງຮຽນຝຶກແອບການບິນນີ້ໂດຍກຸ່ມບໍລິສັດອຸດສາຫະກຳການທະຫານ Elbit Systems ຂອງອິດສະລາແອັນ ສ້າງຕັ້ງ ແລະເຄື່ອນໄຫວຕາມຮູບການຂອງໂຮງຮຽນຝຶກແອບການບິນຂອງປະເທດຕາເວັນອອກກາງ. ສັນຍານີ້ກໍ່ແມ່ນສ່ວນໜຶ່ງໃນຂໍ້ຕົກລົງການຮ່ວມມືດ້ານປ້ອງກັນຊາດລະຫວ່າງເອຢິບ ແລະອິດສະລາແອັນ, ໂດຍລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດລົງນາມ ແລະໄດ້ຮັບການຮັບຮອງເອົາຈາກສະພາແຫ່ງຊາດເອຢິບ.

leftcenterrightdel
ເຮຶອບິນຝຶກແອບ M-346. ພາບ: Reuters.

ທ່ານ Benny Gantz ລັດຖະມົນຕີກະຊວງປ້ອງກັນປະເທດອິດສະລາແອັນ ໄດ້ໃຫ້ຂໍ້ສັງເກດວ່າ ຂໍ້ຕົກລົງນີ້ຈະຊ່ວຍຍົກສູງກຳລັງຄວາມສາມາດດ້ານປ້ອງກັນຊາດ ແລະຊຸກຍູ້ພື້ນຖານເສດຖະກິດຂອງອິດສະລາແອັນ ແລະເອຢິບ, ຈາກນັ້ນເຮັດໃຫ້ການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດປ້ອງກັນຊາດ, ເສດຖະກິດ ແລະການເມືອງເລິກເຊິ່ງກວ່າອີກ.

ແຫຼ່ງຄັດຈາກ: vovworld.vn