leftcenterrightdel
ການສັກວັກຊິນທີ່ໂຮງໝໍ Cape Town ຢູ່ ອາຟະລິກາໃຕ້. ພາບ: ສໍານັກຂ່າວສານຫວຽດນາມ.

ໄລ່ມາຮອດປັດຈຸບັນ, ມີໜ້ອຍປະເທດຢູ່ທະວີບອາຟະລິກາ ທີ່ຜັນຂະຫຍາຍໂຄງການສັກວັກຊິນກັນພະຍາດໂຄວິດ-19 ແບບທົ່ວເຖິງ, ໃນຂະນະທີ່ມີບາງປະເທດທີ່ຢູ່ເຂດຮັ່ງມີກວ່າໃນໂລກໄດ້ສັກວັກຊິນນັບລ້ານໂດສ. ຫຼາຍປະເທດ ອາຟະລິກາ ຕ້ອງອີງໃສ່ວັກຊິນຜ່ານໂຄງການຈຳໜ່າຍວັກຊິນທົ່ວໂລກ (COVAX) ໂດຍອົງການອະນາໄມໂລກ (WHO) ນຳໜ້າ. ໃນອາທິດໜ້າ, ງວດວັກຊິນທຳອິດຂອງໂຄງການ COVAX ໄດ້ສົ່ງໄປຍັງ Ghana. WB ໃຫ້ຮູ້ວ່າ ບັນດາໂຄງການອຸປະຖຳນີ້ໄດ້ຮັບການກະກຽມໃຫ້ແກ່ບັນດາປະເທດອາຟະລິກາ, ໃນນັ້ນ ມີ ສາທາລະນະລັດ ປະຊາທິປະໄຕ ກົງໂກ, ເອທີໂອປີ, ນີເຊ, ໂມຊຳບິກ, ຕຸຍນີຊີ, ເອວາຕີນີ, ຣູວັນດາ ແລະ ເຊເນການ.

ແຫຼ່ງຄັດຈາກ: vovworld.vn