leftcenterrightdel
ພາບປະກອບຈາກ: aotiantimes.com

ດຣ. ພອນປະເສີດ ອຸນາພົມ, ຫົວໜ້າກົມອະນາໄມ ແລະສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ: ກຸ່ມເປົ້າໝາຍຢູ່ແຕ່ລະແຂວງທົ່ວປະເທດຈະໄດ້ຮັກວັກຊິນຄັ້ງນີ້ ຈະບໍ່ເທົ່າກັນເພາະການແຈກຢາຍວັກຊິນແມ່ນຂຶ້ນກັບຈຳນວນປະຊາກອນ ແລະ ດ່ານສາກົນທີ່ມີຢູ່ແຕ່ລະແຂວງ ໂດຍຈະອະນຸຍາດໃຫ້ກຸ່ມເປົ້າໝາຍເຂົ້າໄປຮັບການສັກວັກຊິນຢູ່ໂຮງໝໍສູນກາງ, ໂຮງໝໍແຂວງ ແລະໂຮງໝໍເມືອງທີ່ກໍານົດໄວ້ເທົ່ານັ້ນ, ສ່ວນແພດໝໍທີ່ຈະບໍລິການສັກວັກຊິນແມ່ນໄດ້ຮັບການເຝິກອົບຮົມຈາກພາກສ່ວນກ່ຽວຂ້ອງຮຽບຮ້ອຍແລ້ວ.

ດຣ. ພອນປະເສີດ ອຸນາພົມ ໃຫ້ຮູ້ຕື່ມວ່າ: ສໍາລັບວັກຊິນໂຄວິດ-19 ທີ່ໄດ້ຮັບການຊ່ວຍເຫລືອຈາກຈີນໃນຄັ້ງນີ້ ມີຄວາມປອດໄພດີ ເພາະຜ່ານການສັກໃຫ້ກຸ່ມເປົ້າໝາຍຢູ່ຂັ້ນສູນກາງຈຳນວນ 1.000 ກ່ວາຄົນທີ່ສຳເລັດແລ້ວຜູ້ລະ 2 ເຂັມເຫັນວ່າທຸກຄົນປອດໄພດີ ແລະບໍ່ມີຜົນຂ້າງຄຽງເກີດຂຶ້ນ. ຢ່າງໃດກໍ່ຕາມສໍາລັບຂັ້ນຕອນກ່ອນການເຂົ້າຮັບວັກຊິນໂຄວິດ-19 ຂອງກຸ່ມເປົ້າໝາຍຢູ່ແຕ່ລະແຂວງຕ້ອງໄດ້ປະຕິບັດຕາມທີ່ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ກຳນົດໄວ້.

ອີງຕາມຂໍ້ມູນການແຈກຢາຍວັກຊິນໂຄວິດ-19 ຈຳນວນ 3 ແສນໂດສດັ່ງກ່າວຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃຫ້ແຕ່ລະແຂວງ ມີດັ່ງນີ້: ແຂວງອັດຕະປື 4.000 ຄົນ, ບໍ່ແກ້ວ 4.900 ຄົນ, ບໍລິຄຳໄຊ 4.700 ຄົນ, ຈຳປາສັກ 16.600 ຄົນ, ຫົວພັນ 4.400 ຄົນ, ຄຳມ່ວນ 6.800 ຄົນ, ຫຼວງນໍ້າທາ 5.000 ຄົນ, ຫຼວງພະບາງ 6.800 ຄົນ, ອຸດົມໄຊ 5.000 ຄົນ, ຜົ້ງສາລີ 4.800 ຄົນ, ເຊກອງ 2.000 ຄົນ, ສາລະວັນ 9.600 ຄົນ, ສະຫວັນນະເຂດ 22.200 ຄົນ, ນະຄອນຫຼວງວຽງຈັນ 29.300 ຄົນ, ແຂວງວຽງຈັນ 6.000 ຄົນ, ຊຽງແຂວງ 4.600 ຄົນ, ໄຊສົມບູນ 1.700 ຄົນ, ໄຊຍະບູລິ 9.900 ຄົນ, ສູນແມ່ ແລະເດັກ ຫຼັກ 3 1.700 ຄົນ.

ໂດຍ: ວສລ