leftcenterrightdel
ທ່ານ Francois Philippe Champagne ລັດຖະມົນຕີກະຊວງການຕ່າງປະເທດການາດາ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Francois Philippe Champagne ໃຫ້ຮູ້ວ່າ ປັດຈຸບັນບໍ່ມີເງື່ອນໄຂທີ່ຈຳເປັນຢ່າງຄົບຖ້ວນເພື່ອສືບຕໍ່ບັນດາການເຈລະຈາ. ຖະແຫຼງການຂອງທ່ານລັດຖະມົນຕີການຕ່າງປະເທດການາດາ ໄດ້ຢຸດຕິແນວຄວາມຄິດກ່ຽວກັບຂໍ້ຕົກລົງການຄ້າເສລີກັບພື້ນຖານເສດຖະກິດໃຫຍ່ອັນດັບທີ 2 ຂອງໂລກເຊິ່ງທ່ານນາຍົກລັດຖະມົນຕີ Justin Trudeau ເຄີຍຖືກຕຳໜິຕິຕຽນຈາກພາຍໃນປະເທດຍ້ອນໄດ້ຜ່ອນສັ້ນຜ່ອນຍາວຫຼາຍເກີນໄປເພື່ອເພີ່ມທະວີການແລກປ່ຽນພົວພັນການຄ້າກັບຈີນ.

ທ່ານ Champagne ກໍ່ໃຫ້ຮູ້ວ່າ ບຸລິມະສິດໃນປັດຈຸບັນຂອງການາດາ ແມ່ນນຳເອົາພົນລະເມືອງການາດາ 2 ຄົນ, ເຊິ່ງແມ່ນຜູ້ທີ່ຖືກຈີນ ກ່າວຫາວ່າແມ່ນນັກສືບເມື່ອເດືອນມິຖຸນາ ຜ່ານມາກັບຄືນປະເທດ.

ແຫຼ່ງຄັດຈາກ vovworld.vn