leftcenterrightdel
ທ່ານ Yoshihide Suga ນາຍົກລັດຖະມົນຕີຄົນໃໝ່ຂອງຍີ່ປຸ່ນ.ພາບ: Reuters

ທີ່ສະພາຕໍ່າ, ທ່ານ Yoshihide Suga ໄດ້ຮັບບັດສະໜັບສະໜູນຈໍານວນ 314/465 ບັດ ແລະຢູ່ສະພາສູງໄດ້ຮັບ 142/245 ບັດ. ດ້ວຍຖານະເປັນນາຍົກລັດຖະມົນຕີຄົນໃໝ່, ທ່ານ Yoshihide Suga ຈະສືບຕໍ່ແນວທາງ ເຊິ່ງທ່ານນາຍົກລັດຖະມົນຕີ Shinzo Abe ໄດ້ປະຕິບັດກ່ອນໜ້ານັ້ນ ດ້ວຍໜ້າທີ່ສໍາຄັນແມ່ນຟື້ນຟູເສດຖະກິດ, ຕໍ່ສູ້ຍາວນານກັບໂລກລະບາດໂຄວິດ - 19, ເພີ່ມທະວີການເຄື່ອນໄຫວພົວພັນຕ່າງປະເທດ, ໃນນັ້ນຈຸດສຸມແມ່ນການພົວພັນສໍາພັນທະມິດກັບອາເມລິກາ.

ໃນວັນດຽວກັນ, ທ່ານ Yoshihide Suga ໄດ້ປະກາດພາກສ່ວນໃນຄະນະລັດຖະບານໃໝ່, ໃນນັ້ນຮັກສາ 8 ຕໍາແໜ່ງໃນຄະນະລັດຖະບານຂອງທ່ານ Shinzo Abe, ຍົກຍ້າຍ 2 ຕໍາແໜ່ງ ແລະແຕ່ງຕັ້ງໃໝ່ບັນດາຕໍາແໜ່ງທີ່ຍັງເຫຼືອ.

ແຫຼ່ງຄັດຈາກ: vovworld.vn