ກ່ອນການປ່ອນບັດ, ທ່ານ Masataka Fujita ເລຂາທິການໃຫຍ່ສູນອາຊຽນ-ຍີ່ປຸ່ນ (AJC) ມີການແລກປ່ຽນກັບນັກຂ່າວສໍານັກຂ່າວສານຫວຽດນາມ ກ່ຽວກັບສະພາບການດ້ານການເມືອງຢູ່ຍີ່ປຸ່ນ ແລະໃຫ້ຂໍ້ສັງເກດກ່ຽວກັບການພົວພັນຍີ່ປຸ່ນ-ຫວຽດນາມ ເມື່ອຍີ່ປຸ່ນ ມີນາຍົກລັດຖະມົນຕີຄົນໃໝ່.

leftcenterrightdel
ທ່ານ Masataka Fujita ເລຂາທິການໃຫຍ່ສູນອາຊຽນ-ຍີ່ປຸ່ນ (AJC). ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ Masataka Fujita ໃຫ້ຮູ້ວ່າ ເລື່ອງທີ່ພວມດໍາເນີນຢູ່ຍີ່ປຸຸ່ນ ໃນປະຈຸບັນນີ້ແມ່ນການເລືອກເອົາປະທານຄົນໃໝ່ຂອງພັກ LDP ແລະແນ່ນອນວ່າຈະໄດ້ເປັນນາຍົກລັດຖະມົນຕີພ້ອມ. ຕາມທ່ານ Masataka Fujita ແລ້ວ, ເຖິງວ່າແມ່ນໃຜເປັນນາຍົກລັດຖະມົນຕີຍີ່ປຸ່ນ ກໍ່ຕາມ, ການພົວພັນກັບອາຊຽນ ແລະຫວຽດນາມ ຈະບໍ່ມີການປ່ຽນແປງຍ້ອນວ່າໃນອະດີດຕະການ, ໃນໄລຍະທີ່ຍີ່ປຸ່ນ ມີການປ່ຽນແປງຕໍາແໜ່ງນາຍົກລັດຖະມົນຕີເປັນປະຈຳ, ບັນດາການພົວພັນດັ່ງກ່າວກໍ່ບໍ່ມີການປ່ຽນແປງຫຼາຍຢ່າງ. ສະນັ້ນ, ຖ້າພັກ LDP ຍັງກໍາອໍານາດຢູ່ຍີ່ປຸ່ນ, ຈະບໍ່ມີການປ່ຽນແປງຫຍັງທັງໝົດ. ການພົວພັນຂອງຍີ່ປຸ່ນ ກັບອາຊຽນ ແລະຫວຽດນາມ ຍັງຈະສືບຕໍ່ພັດທະນາຢ່າງແຮງຄືກ່ອນໜ້ານີ້.

ໂດຍ: ຈາງຫງວຽນ