ແຈ້ງການດັ່ງກ່າວ ເຊິ່ງທ່ານ ຮສ.ດຣ. ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກລາວ, ຮອງຫົວໜ້າຄະນະສະເພາະກິດ ຄວບຄຸມພະຍາດໂຄວິດ19 ຂັ້ນສູນກາງ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນເມື່ອວັນທີ 30 ກໍລະກົດ 2020 ຜ່ານມາ.

ໃນໄລຍະຜ່ານມາ, ສປປ ລາວ ສາມາດສືບຕໍ່ຄວບຄຸມການແຜ່ລະບາດໄວ້ໄດ້ ໂດຍບໍ່ພົບຜູ້ຕິດເຊື້ອໃນຊຸມຊົນເປັນເວລາ 03 ເດືອນກວ່າເຮັດໃຫ້ສັງຄົມ, ພາກທຸລະກິດ, ຜູ້ປະກອບການ, ໂຄງການ ແລະໂຮງງານຕ່າງໆໄດ້ກັບມາໃຊ້ຊີວິດ ແລະເຄື່ອນໄຫວທຸລະກິດພາຍໃຕ້ເງື່ອນໄຂໃໝ່ເກືອບວ່າປົກກະຕິເປັນສ່ວນໃຫຍ່ມາໄດ້ໄລຍະໜຶ່ງ.

leftcenterrightdel
ທ່ານຮສ.ດຣ. ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກລາວ ຖະແຫຼງຂ່າວຕໍ່ສື່ມວນຊົນເມື່ອວັນທີ 30 ກໍລະກົດ 2020. ພາບ: Vientiane Times.

ຕາມທ່ານຮສ.ດຣ. ບຸນກອງ ສີຫາວົງ ແລ້ວ, ເຖິງຢ່າງໃດກໍຕາມ, ພວກເຮົາ ບໍ່ໄດ້ເຜີຕົວ ແລະປະໝາດຢ່າງເດັດຂາດ ເນື່ອງຈາກວ່າໃນຕໍ່ໜ້າຍັງມີຄວາມສ່ຽງ ແລະສິ່ງທ້າທາຍທີ່ຈະເກີດມີການລະບາດອີກຮອບໃໝ່ຍ້ອນສະພາບການລະບາດຢູ່ໃນພາກພື້ນ ແລະໃນໂລກ ຍັງສືບຕໍ່ເພີ່ມຂຶ້ນ ແລະຍັງບໍ່ສາມາດຢັບຢັ້ງການລະບາດຂອງພະຍາດດັ່ງກ່າວໄດ້ເທື່ອ. ພ້ອມກັນນັ້ນຖ້າພວກເຮົາບໍ່ຄຸ້ມຄອງການເດີນທາງເຂົ້າ-ອອກປະເທດ ຢ່າງຮັດກຸມກໍຈະມີຄວາມສ່ຽງໃນການນຳເຂົ້າເຊື້ອໂດຍຜູ້ທີ່ເດີນທາງມາຈາກຕ່າງປະເທດ ຄືດັ່ງທີ່ມີກໍລະນີເຂົ້າມາໃນກາງເດືອນກໍລະກົດຕາມທີ່ໄດ້ແຈ້ງໃຫ້ພີ່ນ້ອງຊາວລາວ ຊາບແລ້ວນັ້ນ. ສະນັ້ນ,ຈຶ່ງມີຄວາມຈໍາເປັນຕ້ອງໄດ້ສືບຕໍ່ເຂັ້ມງວດປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະສະກັດກັ້ນການລະບາດຂອງພະຍາດ COVID-19...

ໂອກາດນີ້, ທ່ານລັດຖະມົນຕີກະຊວງສາທາລະນະສຸກ ລາວ ໄດ້ຮຽກຮ້ອງໃຫ້ພົນລະເມືອງລາວ ທຸກຄົນ ພ້ອມດ້ວຍຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ, ຊາວຕ່າງປະເທດ ທີ່ດຳລົງຊີວິດ ແລະທຳມາຫາກິນຢູ່ ສປປ ລາວ ທຸກຖ້ວນໜ້າ ຈົ່ງເຊີດຊູນ້ຳໃຈເປັນເຈົ້າຂອງປະເທດຊາດ, ສາມັກຄີເປັນຈິດໜຶ່ງໃຈດຽວກັນສືບຕໍ່ຕັ້ງໜ້າເຂົ້າຮ່ວມປະຕິບັດບັນດາມາດຕະການ, ນິຕິກຳທີ່ວາງອອກ ເພື່ອເຮັດໃຫ້ການປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນປະເທດ ລາວ ໃຫ້ໄດ້ຮັບຜົນດີ.

ໂດຍ: ອາລຸນວັນໃໝ່