leftcenterrightdel
ພາບປະກອບຄັດຈາກ: thoibaotaichinhvietnam.vn.

ບ້ວງເງິນດັ່ງກ່າວເທົ່າກັບເກືອບ 15% ຂອງຍອດລາຍຈ່າຍການລົງທຶນ 238,7 ຕື້ຣຸບ ເຂົ້າໃນໂຄງການນະຄອນສະຫລາດ ໂດຍເລີ່ມດຳເນີນໃນປີ 2018 ຜ່ານມາ. ເປົ້າໝາຍຂອງໂຄງການນີ້ແມ່ນບັນດານະຄອນທ່ີມີປະຊາກອນຫລາຍກວ່າ 100.000 ຄົນ. ຈຸດປະສົງຕົ້ນຕໍແມ່ນເພື່ອຍົກສູງຄວາມສາມາດໃນການແກ່ງແຍ້ງຂອງບັນດານະຄອນ, ການກໍ່ສ້າງລະບົບຄຸ້ມຄອງໃຫ້ໄດ້ຮັບປະສິດທິຜົນ, ສ້າງເງື່ອນໄຂຄວາມສະດວກ ແລະຄວາມປອດໄພໃນການດຳລົງຊິວິດຂອງປະຊາຊົນ. ໂຄງການນີ້ດຳເນີນໂດຍອີງໃສ່ 5 ຫລັກການຕົ້ນຕໍ ຄື: ກຳນົດທິດຂອງມະນຸດ, ການອອກແບບລັກສະນະໃຫ້ແກ່ການຜະລິດຂອງພື້ນຖານລະບົບໂຄງລ່າງໃນນະຄອນ, ຄຸນນະພາບສູງໃນການຄຸ້ມຄອງຊັບພະຍາກອນ, ສະພາບແວດລ້ອມສະດວກສະບາຍ ແລະມີຄວາມປອດໄພ,​ ເປົ້າໝາຍສຳຄັນແມ່ນເລັ່ງໃສ່ເສດຖະກິດໃຫ້ໄດ້ຮັບປະສິດທິພາບ.

ຂ່າວ: ຂປລ