“ການກັບຄືນຢາມ ດ້ຽນບຽນ ຄັ້ງນີ້ຂອງຂ້າພະເຈົ້າແມ່ນພໍດີຮອດລະດູດອກບານ. ເສັ້ນທາງສາຍຕ່າງໆທີ່ຂ້າພະເຈົ້າໄປຜ່ານແຕ່ນະຄອນຮອດເຂດຊົນນະບົດລ້ວນແຕ່ເຕັມໄປດ້ວຍດອກບານ, ສະດຸດຕາຫຼາຍ. ການໄປຢ້ຽມຢາມຄັ້ງນີ້, ຂ້າພະເຈົ້າກໍຫວັງວ່າ ຈະຊອກຮູ້ຕື່ມກ່ຽວກັບບັນດາເລື່ອງລາວປະຫວັດສາດ ກໍຄື ວັດທະນະທຳຂອງປະຊາຊົນຢູ່ທີ່ນີ້. ຂ້າພະເຈົ້າຄິດວ່າທຸກຄົນຄວນໄປຢາມ ດ້ຽນບຽນ ຢ່າງໜ້ອຍສຸດ 1 ເທື່ອໃນຊີວິດ.

ນັ້ນແມ່ນຄຳເຊີນຊວນໄປຢາມດ້ຽນບຽນຂອງຊ່າງພາບ, ນັກປະດິດສ້າງເນື້ອໃນດີຈີຕອນ (digitalcontentcreator) ລືວມິງເຄືອງ. ໂດຍຖືກ້ອງຖ່າຍພາບໃນມື, ລຶວມິງເຄືອງ ໄດ້ບັນທຶກບັນດາຈຸດເວລາມາຢາມໝູ່ບ້ານແຫ່ງຕ່າງໆທີ່ເຕັມໄປດ້ວຍສີສັນຂອງດອກບານໄວ້ ເພື່ອແບ່ງປັນໃຫ້ແກ່ເພື່ອນມິດໃນສື່ສັງຄົມອອນໄລ.

ດອກບານແມ່ນດອກໄມ້ຊະນິດໜຶ່ງທີ່ຕິດພັນກັບຊີວິດຂອງພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ແຂວງ ດ້ຽນບຽນ. ເມື່ອລະດູດອກບານວຽນມາ, ບັນດາບ່າວສາວຊາວເຜົ່າຜູ້ໄທ ໃນຊຸດອາພອນທີ່ເປັນປະເພນີຂອງຕົນ ພາກັນຂັບຮ້ອງບົດເພງກ່ຽວກັບດອກໄມ້ອັນສະໜິດຊິດເຊື້ອນີ້ ເພື່ອສະແດງຄວາມປາດຖະໜາຢາກມີຊີວິດທີ່ສວຍງາມ, ອີ່ມໜຳສຳລານສົມບູນພູນສຸກໃນພາຍພາກໜ້າ.

leftcenterrightdel
ແມ່ຍິງຊາວເຜົ່າ ຮ່າຍີ່ ໃນຊຸດອາພອນປະຈຳເຜົ່າ. ພາບ: VOV

ໃນໝູ່ບ້ານທີ່ຍ້ອມດ້ວຍສີເຫຼືອງຂອງເຮືອນຝາດິນ, ແມ່ຍິງຊາວເຜົ່າ ຮ່າຍີ່ ພວມຟ້າວຟັ່ງເຮັດເຂົ້າໜົມເພື່ອກະກຽມຕ້ອນຮັບປີໃໝ່ ລະດູຝົນ. ປີໃໝ່ຂອງຊາວເຜົ່າ ຮ່າຍີ່ ໄດ້ຈັດຂຶ້ນໃນເດືອນສາມ ເພື່ອອະທິຖານພາວະນາຂໍໃຫ້ດິນຟ້າອາກາດເອື້ອອຳນວຍໃຫ້ຕົ້ນໄມ້ໄປຫຍ້າໄດ້ເຕີບໂຕດີ. ໂດຍໄດ້ເຮັດມາຈາກບັນດາວັດຖຸດິບທີ່ເຮົາປູກເອງຄື ເຂົ້າສານ, ໝາກງາ, ພໍ່ແມ່ພີ່ນ້ອງໄດ້ເຮັດເຂົ້າໜົມປັນໄຢ(ເຂົ້າປະປາ) ເຊິ່ງແມ່ນເຄື່ອງບູຊາທີ່ຂາດບໍ່ໄດ້ໃນງານບຸນນີ້. ເຂົ້າໜົມປັນໄຢຂາວ ແລະ ເຂົ້າໜົມປັນໄຢສີມ້ວງ ຖະຫວາຍແດ່ບັນພະບຸລຸດທີ່ຊ່ວຍຄ້ຳຊູໃຫ້ລະດູການຜະລິດໄດ້ຮັບຜົນດີ. ໂດຍນຳໃຊ້ພຽງແຕ່ກ້ອງຖ່າຍນ້ອຍໆ, ນັກປະດິດສ້າງເນື້ອໃນດີຈີຕອນ ບຸ່ຍງອກກົງ ກໍສາມາດບັນທຶກບັນດາຈຸດຄວາມງາມດ້ານວັດທະນະທຳທີ່ເປັນເອກະລັກຂອງພໍ່ແມ່ພີ່ນ້ອງເຂດພູສູງ ດ້ຽນບຽນ ໄວ້ໄດ້.

“ດ້ຽນບຽນ ມີ 19 ຊົນເຜົ່າດຳລົງຊີວິດຢູ່ຮ່ວມກັນ ດ້ວຍຫຼາກຫຼາຍສີສັນວັດທະນະທຳ. ຂ້າພະເຈົ້າມີໂອກາດໄດ້ພົບປະແລກປ່ຽນກັບຊາວເຜົ່າ ຮ່າຍີ່, ຊາວເຜົ່າຜູ້ໄທ, ເຜົ່າມົ້ງ ແລະ ຊາວເຜົ່າຢ້າວ. ຂ້າພະເຈົ້າຢາກແບ່ງປັນກັບທຸກຄົນກ່ຽວກັບການລົງພຶດຕິກຳຕົວຈິງນັ້ນ ແລະ ແນະນຳວັດທະນະທຳອັນເປັນເອກະລັກ ແລະ ຫຼາກຫຼາຍສີສັນຂອງບັນດາເຜົ່າໄປເຖິງທຸກໆຄົນ”.

ໃນຂະນະນັ້ນ, ບັນດານັກປະດິດສ້າງເນື້ອໃນສື່ສັງຄົມອອນໄລອື່ນ ກໍມີແນວຄວາມຄິດ, ສ້າງແຜນການເພື່ອໂຄສະນາກ່ຽວກັບບ້ານເກີດເມືອງນອນ, ຕັດສິນໃຈຊຸກຍູ້ການພັດທະນາການທ່ອງທ່ຽວຂອງທ້ອງຖິ່ນ. ອ້າຍ ຫງວຽນນາມແຄັງ ມີຫຼາຍຄຼິບວິດີໂອທີ່ດຶງດູດຜູ້ຕິດຕາມຮັບຊົມຫຼາຍກວ່າ 1 ລ້ານເທື່ອຄົນ.

ນອກຈາກການແນະນຳເຖິງແຂກທ່ອງທ່ຽວທັງໃກ້ ແລະ ໄກກ່ຽວກັບບັນດາສະຖານທີ່ປະຫວັດສາດທີ່ຕິດພັນກັບວິລະກຳອັນສະຫງ່າອົງອາດຂອງບັ້ນຮົບ ດ້ຽນບຽນຝູ ດັງກ້ອງກັງວານໄປທົ່ວ 5 ທະວີບແລ້ວ, ແຄັງ ຍັງແບ່ງເວລາສ່ວນຫຼາຍເພື່ອແບ່ງປັນກ່ຽວກັບວັດທະນະທຳຂອງພໍ່ແມ່ພີ່ນ້ອງບັນດາເຜົ່າອີກດ້ວຍ. ອ້າຍ ຫງວຽນນາມແຄັງ ໃຫ້ຮູ້ວ່າ:

“ໂດຍເປັນຊາວ ດ້ຽນບຽນ, ຂ້າພະເຈົ້າຄິດວ່າ ພາລະກຳຂອງຂ້າພະເຈົ້າແມ່ນເຮັດໃຫ້ຜູ້ຊົມມີມູມມອງໃໝ່ກ່ຽວກັບວັດທະນະທຳ, ປະຊາຊົນບັນດາເຜົ່າຢູ່ແຂວງ ດ້ຽນບຽນ. ຍິ່ງໄປກວ່ານັ້ນ, ດ້ຽນບຽນ ບໍ່ພຽງແຕ່ແມ່ນດິນແດນຕິດພັນກັບປະຫວັດສາດເທົ່ານັ້ນ ຫາກຍັງມີບັນດາທັດສະນີຍະພາບທຳມະຊາດ ກໍຄືວັດທະນະທຳທີ່ເປັນເອກະລັກອີກດ້ວຍ”.

ເມື່ອກ່ອນນີ້, ການໂຄສະນາເຫດການໜຶ່ງ ສ່ວນໃຫຍ່ແມ່ນອີງໃສ່ໜັງສືພິມ, ໂທລະພາບ ຫຼື ບັນດາໂຄງການຊຸກຍູ້ສົ່ງເສີມໂດຍກົງ, ແຕ່ປັດຈຸບັນນີ້ ສື່ສັງຄົມອອນລາຍ ໄດ້ຊ່ວຍແຜ່ກະຈາຍເຫດການໄດ້ຢ່າງວ່ອງໄວ, ສຳຜັດກັບຜູ້ຊົມນັບລ້ານຄົນໃນເວລາພຽງສັ້ນໆ. ທ່ານ ດັ້ງມິງເຟືອງ, ຜູ້ອຳນວຍການສູນຂໍ້ມູນຂ່າວສານສົ່ງເສີມການທ່ອງທ່ຽວແຂວງ ດ້ຽນບຽນ ໃຫ້ຮູ້ວ່າ:

“ປັດຈຸບັນ, fanpage ທ່ອງທ່ຽວ ດ້ຽນບຽນ, ດ້ຽນບຽນTourism ຂອງພວກຂ້າພະເຈົ້າໄດ້ດຶງດູດຜູ້ເປີດຕິດຕາມປະມານເກືອບ 2 ລ້ານເທື່ອຄົນ. ນອກຈາກນັ້ນແລ້ວ, ພວກຂ້າພະເຈົ້າຍັງຍູ້ແຮງການໂຄສະນາທີ່ກ່ຽວຂ້ອງເຖິງບັນດາເວັບໄຊ, ບັນດາສື່ສິ່ງພິມດີຈີຕອນ ເພື່ອສົ່ງເຖິງບັນດາບໍລິສັດທ່ອງທ່ຽວ. ພວກຂ້າພະເຈົ້າໄດ້ມີການປ່ຽນໃໝ່ເນື້ອໃນເປັນປະເຈຳເພື່ອໃຫ້ມີລັກສະນະທີ່ດູດດື່ມກວ່າ ແລະ ຕອບສະໜອງໄດ້ຕາມຄວາມນິຍົມຂອງຜູ້ເຂົ້າເບິ່ງ”.

ຕາມວິວັດທະນາການນີ້, ໃນອະນາຄົດ, ພື້ນຖານດີຈີຕອນ ຈະສືບຕໍ່ສວມບົດບາດຫຼັກແຫຼ່ງແກ່ນສານໃນການໂຄສະນາພາບພົດຂອງ ດ້ຽນບຽນ ອອກສູ່ໂລກ, ຢັ້ງຢືນທີ່ຕັ້ງຂອງເຂດດິນແດນແຫ່ງປະຫວັດສາດໃນແຜນທີ່ທ່ອງທ່ຽວ ຫວຽດນາມ.

ແຫຼ່ງຄັດຈາກ: vovworld.vn