ຫວຽດນາມ ຢືນອັນດັບໜຶ່ງໃນພາກພື້ນກ່ຽວກັບຄວາມໄວພັດທະນາການທ່ອງທ່ຽວ
ກປ.ອອນໄລ - ໃນບົດຂຽນທີ່ລົງໃນວັນທີ 12 ເມສາ, Sputnik ຢືນຢັນວ່າ ພາຍຫຼັງປະສົບກັບຄວາມຫຍຸ້ງຍາກຂອງພະຍາດໂຄວິດ-19, ຂະແໜງທ່ອງທ່ຽວຢູ່ອາຊີຕາເວັນອອກສ່ຽງໃຕ້ ໄດ້ຟື້ນຟູຢ່າງໜ້າຕື່ນເຕັ້ນ.
    |
 |
ພາບປະກອບຄັດຈາກ: laodong.vn |
ບົດຂຽນເນັ້ນໜັກວ່າ ຫວຽດນາມ ນຳໜ້າພາກພື້ນກ່ຽວກັບຄວາມໄວພັດທະນາການທ່ອງທ່ຽວ. ຂະແໜງທ່ອງທ່ຽວຫວຽດນາມ ບໍ່ພຽງແຕ່ຟື້ນຟູເທົ່ານັ້ນ, ຫາກຍັງມີບາດກ້າວພັດທະນາຢ່າງແຮງຍ້ອນການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງລັດຖະບານ, ບັນດາກະຊວງ, ຂະແໜງ ແລະປະຊາຄົມວິສາຫະກິດອີກດ້ວຍ. ບັນດາຈຸດນັດພົບທີ່ພົ້ນເດັ່ນ, ຄື: ຝູ໋ກວກ, ຮ້າລອງ, ດ່າໜັງ, ຍາຈາງ, ໂຮ້ຍອານ ຍັງເປັນການຄັດເລືອກອັນດັບໜຶ່ງຂອງນັກທ່ອງທ່ຽວສາກົນ. Sputnik ພິຈາລະນາວ່າ: “ປະຈຸບັນ ຫວຽດນາມ ບໍ່ພຽງແຕ່ແມ່ນຈຸດພົ້ນເດັ່ນໃນບັນດາຮູບການທ່ອງທ່ຽວອາຊີຕາເວັນອອກສ່ຽງໃຕ້ເທົ່ານັ້ນ, ຫາກຍັງແມ່ນຮູບແບບກ່ຽວກັບການຟື້ນຟູຢ່າງວ່ອງໄວ. ດ້ວຍນະໂຍບາຍວິຊາເປີດ, ພື້ນຖານໂຄງລ່າງການທ່ອງທ່ຽວພັດທະນາຢ່າງແຮງ ແລະການໜູນຊ່ວຍຢ່າງຕັ້ງໜ້າຈາກບັນດາວິສາຫະກິດໃນຂະແໜງ, ຫວຽດນາມ ໄດ້, ກໍາລັງ ແລະຈະສືບຕໍ່ດຶງດູດນັກທ່ອງທ່ຽວສາກົນ”.
ໂດຍ: ຈາງຫງວຽນ