ຄວາມຮັບຜິດຊອບຕໍ່ net zero
ທີ່ກອງປະຊຸມບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຄັ້ງທີ 28 (COP 28), ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ຄໍາໝັ້ນສັນຍາກັບທົ່ວໂລກວ່າ: ຫວຽດນາມ ຈະມຸ່ງເຖິງເປົ້າໝາຍ net zero ໃນປີ 2050. ການທ່ອງທ່ຽວແມ່ນຂະແໜງສໍາຄັນປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍນີ້. ທ່ານ ຫງວຽນວັນຮຸ່ງ, ລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ເນັ້ນໜັກວ່າ: “ຫວຽດນາມ ພວມເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ. ຫວຽດນາມ ຍາມໃດກໍ່ສະແດງໃຫ້ເຫັນວ່າ ແມ່ນປະເທດທີ່ມີຄວາມຮັບຜິດຊອບ, ໃຫ້ຄໍາໝັ້ນສັນຍາປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ວາງອອກ, ເຄົາລົບບັນດາຂໍ້ສະເໜີຂອງບັນດາອົງການຈັດຕັ້ງສາກົນ. ຫວຽດນາມ ມານະພະຍາຍາມມຸ່ງເຖິງເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ຕິດພັນຢ່າງແໜ້ນແຟ້ນກັບການປົກປັກຮັກສາ ແລະເຄົາລົບສິ່ງແວດລ້ອມ, ຮັກສາຊີວິດການເປັນຢູ່ຂອງປະຊາຊົນແບບຍືນຍົງເມື່ອພັດທະນາການທ່ອງທ່ຽວສີຂຽວ, ສູງກວ່າແມ່ນທ່ອງທ່ຽວ net zero”.
    |
 |
ແຂກທ່ອງທ່ຽວຊົມໃຊ້ບໍລິການທ່ອງທ່ຽວຂອງພັດຕະຄານ The Field (ຕາແສງ ເກີມແທງ, ນະຄອນໂຮ້ຍອານ, ແຂວງກວາງນາມ). ພາບ: ທ໊າຍລິງ |
ການທ່ອງທ່ຽວ net zero ກໍ່ແມ່ນໜຶ່ງຮູບການຂອງທ່ອງທ່ຽວ ເພື່ອມຸ່ງເຖິງການພັດທະນາແບບຍືນຍົງແຕ່ຮຽກຮ້ອງໃຫ້ສູງກວ່າ. ໝາຍຄວາມວ່າເຮັດການທ່ອງທ່ຽວສີຂຽວ, ຍືນຍົງແລ້ວແຕ່ຍັງບໍ່ທັນບັນລຸໄດ້ມາດຖານຂອງ net zero ເທື່ອ. ຕົວຈິງຢູ່ຫວຽດນາມ ມີບາງວິສາຫະກິດທ່ອງທ່ຽວໄດ້ເປັນເຈົ້າການມຸ່ງເຖິງ net zero.
ຖືກກັບຊື່ເອີ້ນທີ່ມີຄວາມໝາຍທົ່ງນາ, ພັດຕະຄານ The Field (ສັງກັດບໍລິສັດຈໍາກັດ Emic Hospitality) ນອນຢູ່ກາງທົ່ງນາທີ່ກວ້າງໃຫຍ່ຂອງຕາແສງເກີມແທງ (ນະຄອນໂຮ້ຍອານ, ແຂວງກວາງນາມ). The Field ໄດ້ຮັບຄວາມນິຍົມຈາກແຂກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດຍ້ອນມີຄວາມໃກ້ຊິດຕິດແທດກັບທໍາມະຊາດໃນລະບົບຊີວະພາບກະສິກໍາທີ່ໄດ້ອະນຸລັກຮັກສາ, ເອື້ອຍ ຟ້າມທິແທງຮ້ຽບ, ນັກຄຸ້ມຄອງພັດຕະຄານພວມພ້ອມກັບລັດຖະກອນເກັບຂີ້ເຫຍື້ອແລ້ວເອົາໄປຊັ່ງ. ຕອບຄຳຖາມຂອງພວກຂ້າພະເຈົ້າທີ່ວ່າ, ເປັນຫຍັງຕ້ອງເຮັດຄືຈັ່ງຊັ້ນ, ເອື້ອຍ ຟ້າມທິແທງຮ້ຽບ ໃຫ້ຮູ້ວ່າ: “ຂີ້ເຫຍື້ອທັງໝົດໃນພັດຕະຄາພວກຂ້າພະເຈົ້າລ້ວນແຕ່ຈັດແບ່ງປະເພດແລ້ວເອົາໄປຊັ່ງຢ່າງຮຽບຮ້ອຍ. ຕົວເລກສະຖິຕິທັງໝົດໄດ້ຄິດໄລ່ ເພື່ອຮັບໃຊ້ໃຫ້ການນໍາໃຊ້ຄືນໃໝ່ ແລະຫຼຸດຜ່ອນການປ່ອຍຂີ້ເຫຍື້ອອກສິ່ງແວດລ້ອມ ຫຼື ສະເໜີຕໍ່ກັບຄູ່ຮ່ວມມືເພື່ອຫຼຸດຂີ້ເຫຍື້ອເປື່ອຍລະລາຍຍາກຄືຖົງຢາງ, ແກ້ວເປົ່າ...”.
ຊອກຮູ້ຕື່ມກ່ຽວກັບການເຄື່ອນໄຫວຂອງພັດຕະຄານຕາມທິດຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ, ພວກຂ້າພະເຈົ້າໄດ້ຮູ້ວ່າ ນອກຈາກນໍາໃຊ້ພະລັງງານທົດແທດ, ຕັ້ງໜ້າຟື້ນຟູລະບົບຊີວະພາບກະສິກໍາ, ແຕ່ລະພາກສ່ວນຂອງ The Field ລ້ວນແຕ່ມີປຶ້ມ ແລະຊັ່ງ. ບັນດາພາກສ່ວນຈົດຈໍານວນຂີ້ເຫຍື້ອໃນຂັ້ນຕອນກະກຽມວັດຖຸ, ປຸງແຕ່ງ, ຄຸ້ມຄອງຂີ້ເຫຍື້ອ... ຈາກນັ້ນ, ພັດຕະຄານສາມາດຄິດໄລ່ຈໍານວນອາຍພິດທີ່ໄດ້ລຸດລົງເມື່ອທຽບໃສ່ທໍາມະດາ. ວັນທີ 25 ເມສາ 2024, The Field ກາຍເປັນພັດຕະຄານທໍາອິດຢູ່ຫວຽດນາມ ໄດ້ຮັບໃບຢ້ັງຢືນຄຳຂາວກ່ຽວກັບຫຼຸດຜ່ອນການປ່ອຍອາຍພິດກາກບອນໂດຍ Magnus International (ໄທ), ບໍລິສັດແຖວໜ້າໃນຂົງເຂດຄຸ້ມຄອງໂຄງການທົດແທນກາກບອນ ແລະສິ່ງແວດລ້ອມ ມອບໃຫ້.
ບໍລິສັດ ຈົວແມເດິດ (Oxalis) ຈໍາກັດຜູ້ດຽວ ກໍ່ແມ່ນໜຶ່ງໃນບັນດາບໍລິສັດນໍາໜ້າໃນຄວາມມານະພະຍາຍາມປະຕິບັດການປົກປັກຮັກສາສິ່ງແວດລ້ອມ. ດ້ວຍລາຍການທ່ອງທ່ຽວຄົ້ນຫາຖໍ້າເຊີນດ່ອງ (ກວາງບິ່ງ), ບໍລິສັດພຽງແຕ່ຕ້ອນຮັບນັກທ່ອງທ່ຽວ 1.000 ຄົນ/ປີ, ໃນວິວັດການທ່ອງທ່ຽວຂີ້ເຫຍື້ອທັງໝົດລ້ວນແຕ່ໄດ້ເກັບໄວ້ ແລະນຳມາກຳຈັດ, ຫາກບໍ່ປະໄວ້ຢູ່ໃນປ່າ, ໃນຖໍ້າ. ທີ່ບ່ອນແຂກພັກຜ່ອນກ່ອນ ແລະຫຼັງການທ່ອງທ່ຽວ, ພະຈົນໄພ, ລ້ວນແຕ່ນໍາໃຊ້ພະລັງງານທົດແທນ... ຢູ່ຂົງເຂດທ່ອງທ່ຽວ, ບໍລິສັດຫຸ້ນສ່ວນທ່ອງທ່ຽວ ແລະການຕະຫຼາດຄົມມະນາຄົມ ຂົນສົ່ງຫວຽດນາມ (Vietravel) ໄດ້ຜັນຂະຫຍາຍ Go Green ແຕ່ປີ 2013 ຢູ່ທົ່ວທຸກແຂວງ, ນະຄອນ, ຈາກວຽກງານນ້ອຍໆແຕ່ແທດຈິງ... ບໍລິສັດກໍ່ຜັນຂະຫຍາຍການວັດແທກລະດັບປ່ອຍອາຍພິດເຮືອນແກ້ວຂອງແຂກທ່ອງທ່ຽວແຕ່ລະຄົນໃນໄລຍະທ່ອງທ່ຽວ, ບົນພື້ນຖານນັ້ນຍົກອອກບັນດາມາດຕະການມີປະສິດທິຜົນທີ່ສຸດ ເພື່ອຫຼຸດຜ່ອນການປ່ອຍອາຍພິດ.
ຜົນປະໂຫຍດແບບຍືນຍົງຂອງ net zero
ຈາກຄວາມຈິງສະແດງໃຫ້ເຫັນວ່າ ຄຽງຂ້າງບັນດາຜົນປະໂຫຍດນຳມາໃຫ້ປະເທດ, ເມື່ອປະຕິບັດການທ່ອງທ່ຽວ net zero, ບັນດາບໍລິສັດກໍ່ໄດ້ຊົມໃຊ້ຜົນຮັບປະໂຫຍດໂດຍກົງ. ສາຍເຫດແມ່ນສິ່ງແວດລ້ອມຊີວະພາບແມ່ນແຫຼ່ງຊັບພະຍາກອນເພື່ອໃຫ້ບັນດາບໍລິສັດຂຸດຄົ້ນການທ່ອງທ່ຽວ. ນັບມື້ນັບມີແຂກທ່ອງທ່ຽວຫຼາຍຄົນເອົາໃຈໃສ່ເຖິງບັນດາການທ່ອງທ່ຽວແບບຍືນຍົງ ແລະພ້ອມແລ້ວທີ່ຈະຈ່າຍເງິນຕື່ມອີກໃຫ້ແກ່ການທ່ອງທ່ຽວເປັນມິດກັບສິ່ງແວດລ້ອມ. ການທ່ອງທ່ຽວ net zero ຊ່ວຍຍົກສູງຮູບພາບສະຖານທີ່ທ່ອງທ່ຽວ, ດຶງດູດແຂກທ່ອງທ່ຽວ (ຄຸນນະພາບສູງ) ແລະສ້າງເຄື່ອງໝາຍການຄ້າທ່ອງທ່ຽວແບບຍືນຍົງ. ການທ່ອງທ່ຽວ net zero ກໍ່ສາມາດຊຸກຍູ້ການພັດທະນາເສດຖະກິດທ້ອງຖິ່ນຜ່ານການສ້າງບັນດາຜະລິດຕະພັນ ແລະການບໍລິການທ່ອງທຽວໃໝ່, ພ້ອມທັງສ້າງວຽກເຮັດງານທໍາໃຫ້ປະຊາຄົມ... ອ້າຍ ຫງວຽນວັນເຍີນ ຫົວໜ້າພາກສ່ວນພັດທະນາແບບຍືນຍົງ (ບໍລິສັດ Emic Hospitality ຈໍາກັດ) ຖືວ່າ: “ທ່ອງທ່ຽວ net zero ເວົ້າສະເພາະ, ການທ່ອງທ່ຽວແບບຍືນຍົງເວົ້າລວມຮຽກຮ້ອງຕ້ອງອົດທົນພະຍາຍາມ ແລະຄວາມຕັດສິນໃຈສູງເພື່ອອຸທິດສ່ວນໃຫ້ປະຊາຄົມ, ສັງຄົມ ແລະຕົນເອງ”.
ຜົນປະໂຫຍດຄືຈັ່ງຊັ້ນແຕ່ປະຈຸບັນຈຳນວນບໍລິສັດ, ສະຖານທີ່ທ່ອງທ່ຽວທີ່ໄດ້ປະຕິບັດການທ່ອງທ່ຽວ net zero ບໍ່ມີຫຼາຍ. ເອື້ອຍ ຟ້າມທິແທງຮ້ຽບ ແບ່ງປັນວ່າ: “ຫຼາຍຄົນໄດ້ມາພັດຕະຄານ The Field ເພື່ອຊອກຮູ້, ຮໍ່າຮຽນຮູບແບບທ່ອງທ່ຽວ net zero ແລ້ວ ແຕ່ຍ້ອນຄ່າໃຊ້ຈ່າຍຫຼາຍ ແລະຄວາມຮຽກຮ້ອງສູງກ່ຽວກັບຊັບພະຍາກອນມະນຸດ, ສະນັ້ນເຂົາເຈົ້າບໍ່ໄດ້ປະຕິບັດຕາມ”. ຄຽງຂ້າງກັນນ້ັນ, ຫຼາຍວິສາຫະກິດໃຫ້ຮູ້ວ່າ ຍັງປະສົບກັບຄວາມຫຍຸ້ງຍາກກ່ຽວກັບການວັດແທກຈໍານວນອາຍພິດທີ່ປ່ອຍອອກສູ່ສິ່ງແວດລ້ອມ ຫຼື ຂໍ້ມູນກ່ຽວກັບວິທີຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວອອກສູ່ສິ່ງແວດລ້ອມໃນຂະແໜງທ່ອງທ່ຽວ...
ຕາມທ່ານ ຫງວຽນເຈົາອ໊າ ຜູ້ອໍານວຍການໃຫຍ່ບໍລິສັດຈົວແມເດິດ ຈໍາກັດຜູ້ດຽວ ແລ້ວ: “ມີບາງບໍລິສັດເຮັດການທ່ອງທ່ຽວ net zero ແມ່ນຍັງ ບໍ່ພຽງພໍ, ສະນັ້ນຕ້ອງມີການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງບັນດາວິສາຫະກິດທ່ອງທ່ຽວ, ລັດຖະບານ, ປະຊາຄົມທ້ອງຖິ່ນ... ”.
ໂດຍ: ໄຊນີດາ