The Norwegian Spirit ບັນທຸກຜູ້ໂດຍສານ 1.900 ຄົນ, ກ່ຳປັ່ນ Seven Seas Explorer ບັນທຸກຜູ້ໂດຍສານ 700 ຄົນ ທີ່ມາຈາກຫຼາຍປະເທດ. ກຳປັ່ນທັງສອງລຳໄດ້ເຂົ້າທຽບທ່າກຳປັ່ນສາກົນ ກາມແຣງ ເພື່ອຢ້ຽມຢາມແຕ່ເວລາ 7:00-16:00 ໂມງ ຂອງວັນດຽວກັນ.

ພາຍຫຼັງທຽບທ່າກຳປັ່ນສາກົນ ການແຣງ, ບໍລິສັດ ເຕິນຮົ່ງ ໄດ້ຈັດຕັ້ງຫຼາຍລາຍການທ່ອງທ່ຽວໃຫ້ນັກທ່ອງທ່ຽວ, ລວມມີທ່ອງທ່ຽວນະຄອນ ຍາຈາງ, ຊານນະຄອນ ຍາຈາງ, ທ່ອງທ່ຽວແມ່ນ້ຳກາຍ, ຊົນນະບົດ ແລະທ່ອງທ່ຽວນອກແຂວງ ເຊັ່ນ: ປ່າສະຫງວນແຫ່ງຊາດ ນຸຍເຈຍ, ອ່າວ ວິ້ງຮີ, ຟານຣາງ-ທາບຈ່າມ (ນິງທ້ວນ).

leftcenterrightdel
ກໍາປັ່ນທ່ອງທ່ຽວສາກົນສອງລຳທີ່ຊື່ວ່າ Norwegian Spirit ແລະ Seven Seas Explorer ເຂົ້າທຽບທ່າກຳປັ່ນສາກົນ ກາມແຣງ. ພາບ: qdnd.vn

ນອກຈາກນັ້ນ, ບໍລິສັດຍັງສະໜອງບໍລິການລົດໂດຍສານຈາກທ່າກໍ່າປັນສາກົນ ການແຣງ ໄປ The Arena Resort (ກາມແຣງ) ແລະສະຖານທີ່ອື່ນໆດ້ວຍຮູບການລົດເມຮັບສົ່ງແບບເສລີ.

ກໍາປັ່ນ Seven Seas Explorer ອອກເດີນທາງໃນຕອນບ່າຍວັນດ່ຽວກັນເພື່ອໄປຮົງກົງ (ຈີນ). ສ່ວນກໍາປັ່ນ Norwegian Spirit ຈະສືບຕໍ່ເດີນທາງໄປຍັງທ່າກຳປັ່ນ ຟຸມີ້ (ບ່າເຣ້ຍ-ວູ້ງເຕົ່າ).

ຕາມທ່ານນາງ ຫງວຽນທິເລ້ແທງ, ຫົວໜ້າພະແນກທ່ອງທ່ຽວແຂວງແຄ໋ງຮ່ວາ ແລ້ວ, ແຕ່ຕົ້ນເດືອນມັງກອນປີ 2025 ມາຮອດປະຈຸບັນ, ແຂວງແຄ໋ງຮ່ວາ ໄດ້ຕ້ອນຮັບກຳປັ່ນທ່ອງທ່ຽວສາກົນ 6 ລຳ ດ້ວຍຈຳນວນນັກທ່ອງທ່ຽວກວ່າ 10.600 ຄົນ. ຮອດເດືອນເມສານີ້, ຄາດວ່າແຄ໋ງຮ່ວາ ຈະຕ້ອນຮັບກຳປັ່ນ 9 ລຳ ດ້ວຍຜູ້ໂດຍສານປະມານ 14.650 ຄົນ. ນີ້ແມ່ນສັນຍານທີ່ດີໃຫ້ແກ່ການຟື້ນຟູ ແລະພັດທະນາການເຄື່ອນໄຫວທ່ອງທ່ຽວທາງກໍາປັ່ນທະເລ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງຂະແໜງທ່ອງທ່ຽວ ແຄ໋ງຮ່ວາ.

ໂດຍ: ຈາງຫງວຽນ