leftcenterrightdel
ສວນສາທາລະນະທໍລະນີທົ່ວໂລກ UNESCO ນອນເນື໊ອກ ກາວບັ່ງ. ພາບ: vov.vn.

ຄະນະນັກຊ່ຽວຊານ ສະເໜີແຂວງກາວບັ່ງ ຄວນສຸມໃສ່ອະນຸລັກຮັກສາພາສາຊົນເຜົ່າ. ກະດານຂໍ້ມູນຂ່າວສານ ສາມາດເພີ່ມພາສາຊົນເຜົ່າໄຕ, ຫຼື ຊົນເຜົ່ານຸ່ງ, ຊົນເຜົ່າຢາວ ຕື່ມອີກ; ເພີ່ມທະວີການສ້າງຄວາມສາມາດໃຫ້ຄູ່ຮ່ວມມືຂອງສວນສາທາລະນະທໍລະນີ. ສຳລັບຖ້ຳເງື່ອມງາວ, ຕ້ອງມີບັນດາມາດຕະການຄຸ້ມຄອງຢ່າງຄົບຊຸດ. ພິເສດ, ແຂວງຕ້ອງເພີ່ມທະວີການເຂົ້າຮ່ວມຂອງຊຸມຊົນ ໃນການພັດທະນາສວນສາທາລະນະທໍລະນີທົ່ວໂລກ UNESCO ນອນເນື໊ອກ ກາວບັ່ງ ກວ່າອີກ... ຄະນະນັກຊ່ຽວຊານ ປາດຖະໜາວ່າ ກາວບັ່ງ ສືບຕໍ່ສົມທົບກັນ, ກະກຽມສໍາເນົາເອກະສານຢ່າງຄົບຖ້ວນເພື່ອເປັນເຈົ້າພາບຈັດຕັ້ງກອງປະຊຸມສວນສາທາລະນະທໍລະນີ ອາຊີ - ປາຊີຟິກ ປີ 2024.

ໂດຍ: ທະນາພອນ