leftcenterrightdel
ພໍ່ແມ່ປະຊາຊົນບັນດາເຜົ່າ ສະແດງສິລະປະທີ່ໝູ່ບ້ານວັດທະນະທໍາ-ທ່ອງທ່ຽວບັນດາເຜົ່າຫວຽດນາມ. ພາບ: qdnd.vn.

ລາຍການດັ່ງກ່າວ ໂດຍຄະນະຄຸ້ມຄອງໝູ່ບ້ານວັດທະນະທໍາ-ທ່ອງທ່ຽວບັນດາເຜົ່າຫວຽດນາມ (ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ) ຈັດຕັ້ງ.

ວັນວັດທະນະທໍາບັນດາເຜົ່າຫວຽດນາມ ປີນີ້ ມີການເຂົ້າຮ່ວມຂອງພໍ່ແມ່ປະຊາຊົນ 205 ຄົນ ຂອງ 17 ຊົນເຜົ່າທີ່ມາຈາກ 13 ແຂວງ, ນະຄອນໃນທ່ົວປະເທດ. ໃນຂອບເຂດລາຍການ, ພໍ່ແມ່ປະຊາຊົນບັນດາເຜົ່າຈະເຂົ້າຮ່ວມວຽກງານຈັດຕັ້ງບັນດາງານບຸນ, ຮີດຄອງປະເພນີ, ຂັບພື້ນເມືອງ, ຟ້ອນລວມໝູ່, ອາຫານການກິນ... ຂອງຊົນເຜົ່າຕົນ. ຜ່ານນັ້ນແນະນໍາ, ໂຄສະນາເຜີຍແຜ່ເຖິງປະຊາຄົມບັນດາເຜົ່າ ແລະນັກທ່ອງທ່ຽວ.

ໂດຍ: ທູຈາງ